⌘ K
‹Lexicon·Synonym Exploration
ຄຳທີ່ໝາຍເຖິງ · Words that mean
ເວລາ
໓໒entries list ເວລາ as a synonymvia synonym_index · 7ms
໑ກະຍະnounsense ໑

ການເຮັດການທໍາທີ່ມີເວລາພັກຜ່ອນ ເອີ້ນວ່າ: ກະຍະ, ລະຍະ ກໍວ່າ ເຊັ່ນ: ເຮັດວຽກໜັກບໍ່ໄດ້ກະຍະ ຫຼື ຄະຍະ.

ຄຳພ້ອງ
໔ຄະຍະnounsense ໑

ການເຮັດໂດຍບໍ່ມີເວລາເຊົາເມື່ອຍ ເອີ້ນ ບໍ່ມີຄະຍະ, ຝົນຕົກບໍ່ເຊົາ ບໍ່ເອື້ອນຈັກເທື່ອ ເອີ້ນ ຕົກບໍ່ຄະຍະ, ໄຂ້ບໍ່ເຊົາຈັກເທື່ອ ເອີ້ນ ໄຂ້ບໍ່ຄະຍະ.

ຄຳພ້ອງ
໑໒ຊູບnounsense ໑

ຄັ້ງຄາວ ຢ່າງວ່າ "ອົມໝູ່ຊ້າງຕາງໝ້ຽງຊູບສາມ".

ຄຳພ້ອງ
໑໓ຊົ່ວnounsense ໑

ຄັ້ງ ເຊັ່ນ ເວລາພໍ່ເກີດ ເອີ້ນ ຊົ່ວພໍ່, ເວລາລູກເກີດ ເອີ້ນ ຊົ່ວລູກ, ເວລາຫຼານເກີດ ເອີ້ນ ຊົ່ວຫຼານ.

ຄຳພ້ອງ
໑໖ຍາມnounsense ໑

ບ່ອນບອກເຫດການ ແລະ ໃນປາລີ ໄດ້ແບ່ງຍາມແຕ່ເວລາກາງຄືນມີພຽງ 3 ຍາມ ຄື: ປະຖົມມະຍາມ ຍາມຕົ້ນ, ມັດຊິມະຍາມ ຍາມກາງ, ປັດສິມມະຍາມ ຍາມສຸດທ້າຍ. ໃນບູຮານໄດ້ແບ່ງຍາມກາງເວັນອອກເປັນ 8 ຍາມ ຊຶ່ງເອີ້ນຊື່ດັ່ງນີ້: 1. ຍາມຕູດເຊົ້າ, 2. ຍາມກອງງາຍ, 3. ຍາມແຖໃກ້ທ່ຽງ, 4. ຍາມທ່ຽງ. 5. ຍາມຕູດຊ້າຍ. 6. ຍາມກອງແລງ, 7. ຍາມແຖໃກ້ຄ່ຳ, 8. ຍາມຄ່ຳ.

ຍຸກຕົ້ນຂອງໂລກ ມີອາຍຸໄດ້ 1.728.000 ປີ. 2. ໄຕດາຍຸກ, ຍຸກທີສອງ ຂອງໂລກມີອາຍຸໄດ້ 1.296.000 ປີ. 3. ທະວາປະລະຍຸກ, ຍຸກທີສາມຂອງໂລກ ມີອາຍຸໄດ້ 864.000 ປີ. 4. ກະລີຍຸກ, ຍຸກປັດຈຸບັນນີ້ ເປັນຍຸກທີ່ ເສື່ອມຖອຍ ມີອາຍຸໄດ້ 432.000 ປີ. ໂຮມ 4 ຍຸກ ມີອາຍຸໄດ້ 4.320.000 ປີ, ນັບເປັນ: 1 ມະຫາຍຸກ ແລະ ໂຮມ 2 000 ມະຫາຍຸກຈຶ່ງເປັນ: ໜຶ່ງກັບ ຄື ເປັນມື້ໜຶ່ງ ກັບຄືນໜຶ່ງ ຂອງມະຫາພົມຜູ້ສ້າງໂລກ (ຕາມການກ່າວໄວ້ໃນຄໍາພີຂອງ ສາດສະໜາພາມ, ຄະຕິພາມ).

໑໘ຕູດnounsense ໑

ເວລາເລີ່ມຕົ້ນຂອງກາງເວັນແລະ ກາງຄືນ ເອີ້ນ: ຕູດ, ຄຳວ່າ "ຕູດ" ທີ່ແປວ່າ ຍາມນີ້ ມາຈາກສຽງດັງຂອງສັງ ຫຼື ສຽງແກ ທີ່ເປົ່າບອກເວລາ ດັງ "ຕູດໆ".

ຄຳພ້ອງ
໒໖ເຣີກnoun(ສ.)sense ໑

ດາວພະເຄາະທາງໂຫຣາສາດ ມີ 9 ຄື: 1. ທະລິດໂທ = ຍາກຈົນ. 2. ມະຫັດທະໂນ = ມີຊັບຫຼາຍ. 3. ໂຈໂຣ = ຂະໂມຍ. 4. ພູມິປາໂລ = ຜູ້ຮັກສາຈັກກະວານ. 5. ເທສາຕຣີ = ຄຳສັ່ງສອນ. 6. ເທວິ = ເທວະດາ. 7. ເພັດຊະຄາດ = ຜູ້ທຳລາຍຊີວິດຂອງຜູ້ອື່ນ. 8. ຣາຊານ = ພະຣາຊາ. 9. ສຳມະນະ = ຜູ້ປາດສະຈາກກິເລດທັງປວງ.

໒໙ເວນverb(ປ.)sense ໒

ການຜັັດປ່ຽນກັນເຮັດວຽກ ເອີ້ນ ເວນ ເຊັ່ນ ປ່ຽນເວນ, ເຂົ້າເວນ, ອອກເວນ ເປັນຕົ້ນ. ​ເວນ 3 ນ. ເວນກຳ, ຄວາມພະຍາບາດ, ອາຄາດ, ຜູກເວນຜູກກຳຕໍ່ກັນ, ການຈ່ອງລ້າງຈ່ອງຜານຕໍ່ກັນ, ຜົນການກະທຳຜ່ານມາ, ກົງລໍ້ ການກະທຳ, ກຳເກົ່າເວຣຫຼັງ ​.

໓໐ຫົນnounsense ໑

ເຊັ່ນທິດເໜືອ ເອິ້ນ ຫົນເໜືອ, ທິດໃຕ້ ເອີ້ນ ຫົນໃຕ້ ດັ່ງວ່າ "ຮວາຍມົນໂອມ ແອ່ວພະໂຍມຍັງຟ້າ ແຍງຫົນຫ້ອງ ກະໄດທອງເທວະລາດ".

ຄົ້ນຫາເລື່ອນຫາເກມ