⌘ K
Apparatus · ໜ້າຄຳນຳ

ຄຳນຳ · Prefaces

FRONT MATTER

Six scholarly forewords across three editions (1992, 2008, 2022) — from the author, the Department of Literature, the National Library, and the publisher. Together they trace four decades of work and the dictionary's reason for being.

ຄຳຂໍນ້ອມອຸທິດ໐໑ · Dedication

by ມານະ ແຈ້ງມຸກ · Publisher, Pankham Jampa Press · ວຽງຈັນ · 13 ມີນາ 2022

ຄຸນຄ່າອັນໃດ ກຸສົນຜົນບຸນອັນໃດ, ຄຸນປະໂຫຍດສູງສຸດຄຸນງາມຄວາມດີໃດໆ ທີ່ຈະເກີດຂຶ້ນຈາກປຶ້ມວັດຈະນານຸກົມສະບັບນີ້ ພວກຂ້າພະເຈົ້າ ປອ. ທອງຄຳ ອ່ອນມະນີສອນ ພ້ອມດ້ວຍຄອບຄົວ ຜູ້ຄົ້ນຄວ້າ ແລະ ປະດິດຄິດແຕ່ງ ພ້ອມທັງເປັນເຈົ້າຂອງລິຂະສິດປຶ້ມນີ້; ແລະ ທ່ານ ມານະ ແຈ້ງມຸກ ພ້ອມດ້ວຍຄອບຄົວ ເປັນຜູ້ຈັດພິມ ແລະ ເປັນເຈົ້າຂອງສຳນັກພິມ ແລະ ໂຮງພິມ ປານຄຳ ຈຳປາ.

ຂໍນ້ອມອຸທິດເຖິງ ດວງວິນຍານຂອງທ່ານ ພູມີ ວົງວິຈິດ ອະດີດຜູ້ນຳຂັ້ນສູງ, ອະດີດຮອງປະທານປະເທດ ອະດີດປະທານອົງການແນວລາວສ້າງຊາດ... ເປັນນັກປາດ ທາງດ້ານ ພາສາ ແລະ ວັນນະຄະດີລາວ, ຜູ້ມີພະຄຸນອັນປະເສີດ, ນັກເຈລະຈາຜູ້ດີເລີດ ຈົນຖືກສາກົນໃຫ້ນາມມະຍົດພິເສດວ່າເປັນນັກເຈລະຈາລີ້ນຄຳແຫ່ງ ສປປ ລາວ.

ຂໍຈາລຶກ ອຸປະກາລະຄຸນອັນປະເສີດສູງສົ່ງຂອງທ່ານດ້ວຍດວງໃຈ ອັນບໍລິສຸດ ເຄົາລົບຮັກ ຊາບຊຶ້ງໃນພະຄຸນ ຄຸນງາມຄວາມດີ ຂອງທ່ານ ພູມີ ວົງວິຈິດ ໄວ້ໃນຄວາມຊົງຈຳ ແລະ ໃນສ່ວນເລິກຂອງຫົວໃຈຊົ່ວນິລັນດອນ.

ວຽງຈັນ · 13 ມີນາ 2022ມານະ ແຈ້ງມຸກ

ຄຳນຳຂອງກົມວັນນະຄະດີ໐໒ · Foreword from the Department of Literature

by ກົມວັນນະຄະດີ · Lao Department of Literature · ວຽງຈັນ · 5 ມິຖຸນາ 1992

ວັດຈະນານຸກົມ ເປັນປຶ້ມທ້ອນໂຮມ ແລະ ບັນຈຸຄຳເວົ້າທີ່ມີໃນພາສາແຕ່ລະພາສາ ຂອງແຕ່ລະຊາດ ແຕ່ລະເຜົ່າຊົນ ໂດຍຈັດຮຽງລຳດັບໃຫ້ເປັນໝວດໝູ່ ຕາມລະບຽບຂອງອັກຂະຫຼະວິທີ, ທັງມີການບອກສຽງອ່ານ, ໃຫ້ຄຳນິຍາມ ແລະ ຄວາມໝາຍຢ່າງຊັດເຈນ.

ວັດຈະນານຸກົມຂອງພາສາໃດ ຫຼື ຊາດໃດ ກໍສ່ອງແສງ ແລະ ວັດແທກລະດັບວັດທະນະທຳຄົນໃນຊາດຂອງຜູ້ເປັນເຈົ້າຂອງພາສານັ້ນໆ. ດັ່ງນັ້ນ ວັດຈະນານຸກົມພາສາລາວ ຈຶ່ງເປັນເຄື່ອງວັດແທກ ແລະ ສ່ອງແສງລະດັບວັດທະນະທຳຂອງຊາດລາວເຮົາໂດຍແທ້.

ກົມວັນນະຄະດີ ເຫັນວ່າ ວັດຈະນານຸກົມພາສາລາວ ທີ່ບັນຈຸຄຳສັບໄວ້ໄດ້ ກວ່າສອງໝື່ນຄຳສະບັບນີ້ ເປັນຜົນງານທາງປັນຍາ ທີ່ມີຄຸນຄ່າສູງ. ໃນທົ່ວສັງຄົມລາວ ຈະໄດ້ມີປຶ້ມວັດຈະນານຸກົມພາສາລາວຂອງຕົນໃຊ້ — ຄົນລາວເຮົາ ຈະໄດ້ຮູ້ວ່າ ພາສາລາວ ທີ່ຖືເປັນສ່ວນໜຶ່ງຂອງວັດທະນະທຳ ອັນລ້ຳຄ່າຂອງຊາດນັ້ນ ອຸດົມສົມບູນ ແລະ ຮັ່ງມີຫຼາຍໜ້ອຍປານໃດ.

ກົມວັນນະຄະດີ ຂໍສັນລະເສີນຜົນງານທີ່ມີຄຸນຄ່າ ແລະ ສຳຄັນຂອງ ປອ. ທອງຄຳ ອ່ອນມະນີສອນ ໄວ້ນະທີ່ນີ້ ແລະ ຂໍອຳນວຍອວຍພອນໃຫ້ທ່ານ ພ້ອມຄະນະຄົ້ນຄວ້າ ຈົ່ງປະສົບຜົນສຳເລັດ.

ວຽງຈັນ · 5 ມິຖຸນາ 1992ກົມວັນນະຄະດີ

ຄຳຖະແຫຼງຫໍສະໝຸດແຫ່ງຊາດ໐໓ · Statement from the National Library

by ກົງເດືອນ ເນດຕະວົງ · Director, National Library of Laos · ນະຄອນຫຼວງວຽງຈັນ · 5 ມິຖຸນາ 2008

ວັດຈະນານຸກົມເຫຼັ້ມນີ້ ຄືຂຸມຊັບທາງດ້ານປັນຍາ ເປັນການອະນຸຮັກມໍລະດົກທາງພາສາ-ວັດທະນະທຳຂອງຊາດລາວ ໃຫ້ຢູ່ຍືນຍາວຄູ່ກັບປະຊາຊົນ ແລະ ສັງຄົມລາວ. ທາງຫໍສະໝຸດແຫ່ງຊາດຖືວ່າເປັນປຶ້ມປະເພດອ້າງອີງ ໃນຊຸດສາລະໜ້າຮູ້.

ການອ່ານເປັນສິ່ງທີ່ຈຳເປັນຂອງມວນມະນຸດ. ການອ່ານຄືການຮຽນຮູ້ພາສາຂອງແມ່ຕົນເອງໃຫ້ເກັ່ງ ໃຫ້ຄ່ອງແຄ້ວ ແລະ ເລິກເຊິ່ງ ຈຶ່ງຈະສາມາດຮຽນຮູ້ພາສາອື່ນໆໄດ້ດີ ແລະ ຕີຄວາມໝາຍຂອງເນື້ອຫາທີ່ຕົນອ່ານໄດ້ຖືກຕ້ອງ.

ເຮົາ, ສັງຄົມໃນຍຸກໃໝ່ ຍຸກແຫ່ງຄວາມສີວິໄລ, ຍຸກແຫ່ງຄວາມຊັດເຈນ, ການເວົ້າ ຫຼື ການຂຽນ ລ້ວນແລ້ວແຕ່ຈະຕ້ອງໃຊ້ສັບໃຫ້ຖືກຕ້ອງກັບຄວາມໝາຍ ຈຶ່ງຈະສື່ສານກັນໄດ້ຕົງປະເດັນ.

ໃນຂະບວນການພັດທະນາວັດທະນະທຳ-ພາສາ ມີການພັດທະນາ ແລະ ບໍ່ຢຸດຢັ້ງສັນໃດ, ວັດຈະນານຸກົມກໍມີການພັດທະນາ, ປັບປຸງເຕີມແຕ່ງໃຫ້ສົມບູນແບບ ເພື່ອຄວາມພໍອົກພໍໃຈຂອງຜູ້ສະແຫວງຮຽນຮູ້ ສັນນັ້ນ.

ນະຄອນຫຼວງວຽງຈັນ · 5 ມິຖຸນາ 2008ກົງເດືອນ ເນດຕະວົງ

ຄຳນຳພິມຄັ້ງທີສອງ໐໔ · Preface to the Second Edition

by ປອ. ທອງຄຳ ອ່ອນມະນີສອນ · Author and lexicographer · ນະຄອນຫຼວງວຽງຈັນ · 23 ພຶດສະພາ 2008

ວັດຈະນານຸກົມ ຄືຄັງພາສາຂອງຊາດ ທີ່ມີບົດບາດສຳຄັນຢ່າງຍິ່ງ ຕໍ່ການອະນຸຮັກ ປົກປັກຮັກສາ ແລະ ພັດທະນາວັດທະນະທຳ ເພາະຖືເປັນປຶ້ມປະເພດອ້າງອີງທີ່ຈຳເປັນ ແລະ ສຳຄັນທີ່ສຸດ ໃນການໃຊ້ພາສາໃຫ້ຖືກຕ້ອງ ທັງໃນດ້ານການຂຽນ ແລະ ປາກເວົ້າ.

ການເຮັດວັດຈະນານຸກົມນັ້ນ ນັບວ່າເປັນວຽກທີ່ຫຍຸ້ງຍາກ ລຳບາກສັບສົນຫຼາຍ ເພາະຕ້ອງໄດ້ຄິດຫງໍາຢ່າງລໍ້າເລິກ ຕ້ອງດຸໝັ່ນຂະຫຍັນພຽນ ສະສົມຮິບໂຮມ ເກັບກຳຂໍ້ມູນຈຳນວນມະຫາສານ ແລະ ຕ້ອງໄດ້ພິສູດກວດກາ ພິຈາລະນາເລືອກເຟັ້ນຄຳສັບ.

ນັກພາສາສາດ ນັກວັນນະຄະດີ ນັກຄົ້ນຄວ້າຜູ້ຊົງປັນຍາທັງຫຼາຍ ຕ່າງກໍພາກັນເວົ້າເປັນສຽງດຽວວ່າ ພາສາ ຍ່ອມມີເກີດ ພັດທະນາ ເສີມຂະຫຍາຍ ແລະ ດັບສະຫຼາຍໄປເຊັ່ນດຽວກັບຄົນ. ຊົ່ວໄລຍະເວລາບໍ່ພໍທໍ່ໃດທົດສະວັດ ກໍມີຄຳສັບຈຳນວນຫຼາຍ ໄດ້ຕາຍໄປຢ່າງໜ້າເສຍດາຍ. ພ້ອມກັນນັ້ນກໍມີຄຳສັບໃໝ່ ສຳນວນໃໝ່ເກີດຂຶ້ນຢ່າງຫຼວງຫຼາຍ.

ຢູ່ປະເທດຕ່າງໆໃນທົ່ວໂລກ ເພິ່ນນິຍົມປັບປຸງ ແກ້ໄຂ ແລະ ເພີ່ມຕື່ມຄຳສັບໃໝ່ເຂົ້າໃສ່ວັດຈະນານຸກົມ ຢ່າງນ້ອຍ 10 ປີ ເທື່ອໜຶ່ງ ຫຼື ຢ່າງເຫິງກໍບໍ່ຄວນເກີນ 20 ປີ.

• ດວງສຸລິຍາ ໃຫ້ແສງສະຫວ່າງແກ່ໂລກໂລກາ • ວັດຈະນານຸກົມ ໃຫ້ແສງສະຫວ່າງ ສ້າງສະຕິປັນຍາ • ຮູ້ພາສາລາວ ດາວທົ່ວຟ້າ ມາພ້ອມໜ້າສັນລະເສີນ.

ນະຄອນຫຼວງວຽງຈັນ · 23 ພຶດສະພາ 2008ປອ. ທອງຄຳ ອ່ອນມະນີສອນ

ຄຳນຳການພິມຄັ້ງທີສາມ໐໕ · Preface to the Third Edition · Revised

by ປອ. ທອງຄຳ ອ່ອນມະນີສອນ · Author and lexicographer · ວຽງຈັນ · 3 ກໍລະກົດ 2021

ນັກພາສາສາດ, ນັກວັນນະຄະດີ, ນັກຄົ້ນຄວ້າ ແລະ ນັກປາດອາຈານ ຕ່າງກໍມີຄວາມເຫັນວ່າ ພາສາຍ່ອມມີການເກີດ, ພັດທະນາ, ເສີມຂະຫຍາຍ ແລະ ຕາຍໄປພ້ອມກັບກາລະເວລາທີ່ແນ່ນອນ. ໃນເວລາດຽວກັນ ກໍມີຄຳສັບ ແລະ ສຳນວນໃໝ່ເກີດຂຶ້ນຢ່າງຫຼວງຫຼາຍ ເຊິ່ງລວມທັງຄຳສັບທີ່ຢືມມາຈາກຕ່າງປະເທດ.

ດ້ວຍເຫດນີ້ ຂ້າພະເຈົ້າຈຶ່ງໄດ້ຕັ້ງໜ້າເກັບກຳຮີບໂຮມເອົາຄຳສັບ ແລະ ສຳນວນໃໝ່ປະມານ 800 ປາຍຄຳມາເພີ່ມເຕີມຕື່ມໃສ່ໃນການພິມປຶ້ມວັດຈະນານຸກົມພາສາລາວ ສະບັບປັບປຸງໃໝ່ປະຈຳປີ 2022 ນີ້.

ການພິມຄັ້ງທີສາມນີ້ ໄດ້ຮັບຄວາມຊ່ວຍເຫຼືອທາງວິຊາການໃນການບັນນາທິການ ແລະ ກວດແກ້ຈາກ ຮສ. ປທ ແສງຟ້າ ໂຫລານຸພາບ ແລະ ທ່ານ ອຈ ແກ້ວບຸນທັນ ແກ້ວປະກາສິດ.

• ພາສາດີມີສັດຈະ ວາຈາດີມີສິລະປະ • ສັນຕິພາບມາ ສາມັກຄີມີ ນີ້ແຫຼະ ພາສາວາຈາດີ ພາສຸຂີນິລັນດອນ!

ວຽງຈັນ · 3 ກໍລະກົດ 2021ປອ. ທອງຄຳ ອ່ອນມະນີສອນ

ຄຳຜາລົບ໐໖ · Closing Remarks · First Edition

by ປອ. ທອງຄຳ ອ່ອນມະນີສອນ · Author and lexicographer · ວຽງຈັນ · 1 ມິຖຸນາ 1992

ເປັນທີ່ຮັບຮູ້ກັນໂດຍທົ່ວໄປແລ້ວວ່າ ຊາດລາວເຮົາເປັນຊາດທີ່ມີປະຫວັດສາດອັນຮຸ່ງເຮືອງ ແລະ ມີອະລິຍະທຳອັນສູງສົ່ງ ມາແຕ່ບູຮານນະການຊາດໜຶ່ງ ໃນອາຊີອາຄະເນ. ໜັງສືຄຳພີໃບລານຫຼາຍໝື່ນ ຫຼາຍແສນຜູກ ໄດ້ເປັນສັກຂີພະຍານ ສະແດງບອກເຖິງຫຼັກຖານແຫ່ງວິວັດທະນາການຂອງພາສາ ແລະ ວັນນະຄະດີລາວຢ່າງຊັດເຈນ.

ເມື່ອເວົ້າເຖິງວັດທະນະທຳທາງພາສາຂອງຊາດລາວແລ້ວ ແນ່ນອນຈະຕ້ອງໄດ້ກ່າວເຖິງວັດຈະນານຸກົມ ເພາະວ່າມັນເປັນປຶ້ມລວບລວມ ທ້ອນໂຮມຄຳເວົ້າຂອງຄົນລາວທັງຊາດໄວ້ຢ່າງມີລະບົບລະບຽບ ແລະ ໝວດໝູ່ ຕາມຫຼັກເກນຂອງອັກຂະຫຼະວິທີ ແລະ ວິທະຍາສາດຂອງພາສາ.

ຂ້າພະເຈົ້າ ພ້ອມດ້ວຍເພື່ອນຮ່ວມງານ ໄດ້ພ້ອມກັນພາກພຽນພະຍາຍາມອົດທົນຄົ້ນຄວ້າ ເກັບກຳທ້ອນໂຮມຄຳສັບລາວ ທີ່ນິຍົມໃຊ້ກັນຢ່າງກວ້າງຂວາງ ໂດຍໄດ້ເລີ່ມລົງມືແຕ່ປີ 1980 ເປັນຕົ້ນມາ ແລະ ໄດ້ສ້າງເປັນໂຄງການຄົ້ນຄວ້າຮຽບຮຽງວັດຈະນານຸກົມພາສາລາວຂຶ້ນ ໃນປີ 1988.

"ບັນດິດຍັງຮູ້ພາດ ນັກປາດຍັງຮູ້ຫຼົງ, ຫົງຄຳຍັງຖືກບ້ວງ ຄວາຍບັກເຖົ້າຕື່ນໄຖ."ພາສິດລາວບູຮານ — Ancient Lao proverb

ໂປດໄດ້ຮ່ວມຄິດ, ຮ່ວມປະດິດສ້າງ, ຮ່ວມສາຍທາງສາມັກຄີແຫ່ງການຮັກພາສາລາວ, ໃຊ້ພາສາລາວ, ປົກປັກຮັກສາ, ຟື້ນຟູ, ສົ່ງເສີມ ແລະ ພັດທະນາພາສາຂອງຊາດເຮົາໃຫ້ຈະເລີນຮຸ່ງເຮືອງ.

ວຽງຈັນ · 1 ມິຖຸນາ 1992ປອ. ທອງຄຳ ອ່ອນມະນີສອນ
ຄົ້ນຫາເລື່ອນຫາເກມ