⌘ K
Lexicon·SYNONYM EXPLORATION
ຄຳທີ່ໝາຍເຖິງ · Words that mean
ວັນເສຍ
entry lists ວັນເສຍ as a synonymvia synonym_index · 45ms

ວັນອັບປະມຸງຄຸນ ເອີ້ນ ວັນໂລກາວິນາດ, ໂລກະວິນາດ ກໍວ່າ. ວັນໂລກາວິນາດ ບູຮານໃຫ້ສະໂຫຼກໄວ້ດັ່ງນີ້: -ທີດສີ່ສັນ: ວັນອາທິດ ຂຶ້ນແຮມ 4 ຄ່ຳ ຕົກໂລກາວິນາດ -ຈັນຫົກຖານ: ວັນຈັນ ຂຶ້ນແຮມ 6 ຄ່ຳ ຕົກໂລກາວິນາດ -ຄານສິບສຸດ: ວັນຄານຂຶ້ນແຮມ 10 ຄ່ຳ ຕົກໂລກາວິນາດ -ພຸດສາມທັດ: ວັນພຸດ ຂຶ້ນແຮມ 3 ຄ່ຳ ຕົກໂລກາວິນາດ -ພະຫັດແປດ: ວັນພະຫັດ ຂຶ້ນແຮມ 8 ຄ່ຳ ຕົກໂລກາວິນາດ -ສຸກເກົ້າ: ວັນສຸກ ຂຶ້ນແຮມ 9 ຄ່ຳ ຕົກໂລກາວິນາດ -ເສົາໜຶ່ງ: ວັນເສົາ ຂຶ້ນແຮມ 1 ຄ່ຳ ຕົກໂລກາວິນາດ ຈະທຳການອັນເປັນມຸງຄຸນໃດໆ ໃຫ້ເວັ້ນວັນໂລກາວິນາດ.

ຄຳພ້ອງ
ຄົ້ນຫາເລື່ອນຫາເກມ
ຄຳທີ່ໝາຍເຖິງ ວັນເສຍ — ວັດຈະນານຸກົມລາວ