⌘ K
Lexicon·SYNONYM EXPLORATION
ຄຳທີ່ໝາຍເຖິງ · Words that mean
ວັນອາພັບ
entries list ວັນອາພັບ as a synonymvia synonym_index · 26ms

ວັນອັບປະມຸງຄຸນ ເອີ້ນ ວັນໂລກາວິນາດ, ໂລກະວິນາດ ກໍວ່າ. ວັນໂລກາວິນາດ ບູຮານໃຫ້ສະໂຫຼກໄວ້ດັ່ງນີ້: -ທີດສີ່ສັນ: ວັນອາທິດ ຂຶ້ນແຮມ 4 ຄ່ຳ ຕົກໂລກາວິນາດ -ຈັນຫົກຖານ: ວັນຈັນ ຂຶ້ນແຮມ 6 ຄ່ຳ ຕົກໂລກາວິນາດ -ຄານສິບສຸດ: ວັນຄານຂຶ້ນແຮມ 10 ຄ່ຳ ຕົກໂລກາວິນາດ -ພຸດສາມທັດ: ວັນພຸດ ຂຶ້ນແຮມ 3 ຄ່ຳ ຕົກໂລກາວິນາດ -ພະຫັດແປດ: ວັນພະຫັດ ຂຶ້ນແຮມ 8 ຄ່ຳ ຕົກໂລກາວິນາດ -ສຸກເກົ້າ: ວັນສຸກ ຂຶ້ນແຮມ 9 ຄ່ຳ ຕົກໂລກາວິນາດ -ເສົາໜຶ່ງ: ວັນເສົາ ຂຶ້ນແຮມ 1 ຄ່ຳ ຕົກໂລກາວິນາດ ຈະທຳການອັນເປັນມຸງຄຸນໃດໆ ໃຫ້ເວັ້ນວັນໂລກາວິນາດ.

ຄຳພ້ອງ

ວັນອັບໂຊກ ວັນບໍ່ສະດວກສະບາຍ ເອີ້ນ ວັນຫົວໃຈຕາຍ ບູຮານໃຫ້ສະໂຫຼກໄວ້ດັ່ງນີ້: -ທິດທັກ ວັນອາທິດ ຫົວໃຈຕາຍຢູ່ທິດ ທັກ ຂິນ ຈັນອີ -ວັນຈັນ ຫົວໃຈຕາຍຢູ່ທິດ ອີສານ ຄານຫໍ -ວັນຄານ ຫົວໃຈຕາຍຢູ່ທິດຫໍລະດີ ພຸດປັດ -ວັນພຸດ ຫົວໃຈຕາຍຢູ່ທິດ ປັດຈິມພະຫັດພາ ວັນພະຫັດ ຫົວໃຈຕາຍຢູ່ທິດ ພາຍັບ -ສຸກອາ ວັນສຸກ ຫົວໃຈຕາຍຢູ່ທິດ ອາຄະເນ -ເສົາອຸ ວັນເສົາ ຫົວໃຈຕາຍຢູ່ທິດ ອຸດອນ ຈະທຳການອັນເປັນມຸງຄຸນ ກ່ຽວແກ່ໂຊກລາບ ບູຮານ ຫ້າມບໍ່ໃຫ້ຫັນໜ້າ ຫຼື ໄປທາງທິດນັ້ນ.

ຄຳພ້ອງ
ຄົ້ນຫາເລື່ອນຫາເກມ
ຄຳທີ່ໝາຍເຖິງ ວັນອາພັບ — ວັດຈະນານຸກົມລາວ