ຄຳ·Entry
ວັນສັງຂານລ່ວງ
noun໑
ແມ່ນວັນປີເກົ່າຜ່ານໄປ, ຕອນບ່າຍຈະມີພິທີອາຣາທນາ ເອົາພະພຸດທະຮູບລົງມາຈາກແທ່ນ ເພື່ອສົງນ້ຳອົບນ້ຳຫອມປະຈຳປີ, ເປັນມື້ອະນຸຍາດໃຫ້ປະຊາຊົນຊາວພຸດພາກັນສົງນ້ຳພະ, ເປັນມື້ຕົບພະທາຍ ຫຼືພະຊາຍ (ເຈດີຊາຍ) ແລະ ເຮັດບຸນສະຫຼອງພະທາຍ, ເປັນມື້ຈຸດທູບທຽນໃນຕອນຄ່ຳຄືນງັນ ແລະ ຟັງທຳມະເທດສະໜາສະຫຼອງ ພະທາຍ ເອີ້ນ ວັນສັງຂານລ່ວງ ວັນສັງຂານຂຶ້ນ ນ. ແມ່ນວັນປີໃໝ່, ແມ່ນວັນຂຶ້ນປີໃໝ່, ຕອນເຊົ້າຈະມີການ ຕັກບາດຖວາຍສັງຄະທານ, ເປັນວັນຖວາຍບັງສະກຸລ ຢູ່ປ່າຊ້າຫຼື ຢູ່ນ້ຳ ກອງຟອນ, ເປັນວັນອຸທິດສ່ວນບຸນກຸສົລ ໄປໃຫ້ພໍ່ແມ່ ແລະ ບັນພະບຸຣຸດຂອງຄອບຄົວ ຫຼື ບັນພະບຸຣຸດຂອງຊາດ. ວັນອັງຄານ ນ. ຊື່ວັນທີ່ສາມຂອງສັປດາ.
Reverse lookup →No synonyms recorded — the reverse index may still surface results.
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →