ຄຳ·Entry
ວັນອະມຸດຕະໂຊກ
noun໑
ວັນສະຫວັດ ສະດີມີໄຊ ວັນອຸດຕະມະໂຊກ ກໍວ່າ ບູຮານໃຫ້ສະໂຫຼກໄວ້ ດັ່ງນີ້: -ທິດແປດ ຈັນສາມ ຄານເກົ້າ ພຸດສອງ ພະຫັດສີ່ ສຸກໜຶ່ງ ເສົາຫ້າ. -ວັນອາທິດ ຂຶ້ນ 8 ຄ່ຳ ແຮມ 8 ຄ່ຳ ຕົກອະມຸດຕະໂຊກ. -ວັນຈັນ ຂຶ້ນ 3 ຄ່ຳ ແຮມ 3 ຄ່ຳ ຕົກອະມຸດຕະໂຊກ. -ວັນຄານ ຂຶ້ນ 9 ຄ່ຳ ແຮມ 9 ຄ່ຳ ຕົກອະມຸດຕະໂຊກ. - ວັນພຸດ ຂຶ້ນ 2 ຄ່ຳ ແຮມ 2 ຄ່ຳ ຕົກອະມຸດຕະໂຊກ. -ວັນພະຫັດ ຂຶ້ນ 4 ຄ່ຳ ແຮມ 4 ຄ່ຳ ຕົກອະມຸດຕະໂຊກ. -ວັນສຸກ ຂຶ້ນ 1 ຄ່ຳ ແຮມ 1 ຄ່ຳ ຕົກອະມຸດຕະໂຊກ. -ວັນເສົາ ຂຶ້ນ 5 ຄ່ຳ ແຮມ 5 ຄ່ຳ ຕົກອະມຸດຕະໂຊກ.
An extremely auspicious day; ancient astrology specifies lunar phases for each day that are extremely blessed.
ຄຳພ້ອງ · Synonymsclick any word to explore it
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →