⌘ K
‹Lexicon·Synonym Exploration
ຄຳທີ່ໝາຍເຖິງ · Words that mean
ຕີ
ti·verb
To strike something with the hand or an object, to hit, to beat, to fight or battle each other.
໓໑entries list ຕີ as a synonymvia synonym_index · 5ms
Open entry forຕີ→
໓ເກົາverbsense ໓

ຕົບ ຫຼື ຕີ ເອີ້ນ ເກົາ ເຊັ່ນ ຕົບກອງ ເອີ້ນ ເກົາກອງ, ຕີຄ້ອງ ເອີ້ນ ເກົາຄ້ອງ.

ຄຳພ້ອງ

ການຕີ ຫຼື ປາບໃຫ້ຢ້ານກົວ ເອີ້ນ ຂະໜາບ, ຜາບ, ກໍາຮາບ ກໍວ່າ.

ຄຳພ້ອງ
໕ເຂກverbsense ໑

ສັບ ເຊັ່ນ ງໍມືເຂົ້າແລ້ວເຄາະ/ສັບລົງ, ສັບລົງໃສ່ຫົວ ເອີ້ນ ເຂກຫົວ, ເຂກໝາກກອກ, ສັບໝາກກອກ ກໍວ່າ.

ວິທີວາງມວຍເພື່ອເອົາຊະນະຄູ່ຕໍ່ສູ້.

ຄຳພ້ອງ

ຕີມີດ ຫຼື ພ້າທີ່ບ່ານ ຫຼື ຫັກ ເອີ້ນ ເຂັ່ນພ້າ.

ຄຳພ້ອງ
໘ຂ້ຽນverbsense ໑

ຕີດ້ວຍແສ້ຫວາຍ ຫຼື ດ້ວຍໄມ້ແສ້ ເອີ້ນ ຂ້ຽນ.

ຄຳພ້ອງ
໑໓ໂຍງverbsense ໕

ເຄາະ ເຊັ່ນ ຕີຄ້ອງ ເອີ້ນ ໂຍງຄ້ອງ.

ຄຳພ້ອງ
໑໖ຕ່ອຍverbsense ໔

ຕົບ ເຊັ່ນ ຕີກອງ ເອີ້ນ: ຕ່ອຍກອງ. ຕີຫົວ ເອີ້ນ ຕ່ອຍຫົວ, ຊົກມວຍ ເອີ້ນ: ຕ່ອຍມວຍ, ຕີເຫຼັກໄຟ ເອີ້ນ: ຕ່ອຍເຫຼັກໄຟ.

ຄຳພ້ອງ
໒໒ຟາດverbsense ໑

ແຕະຕ້ອງດ້ວຍໄມ້ ຫຼື ຝ່າມື, ຈັບແລ້ວຕີລົງ, ຕີມັດເຂົ້າລົງໃສ່ແປ້ນ ເຊັ່ນ: ຕີເຂົ້າ ເອີ້ນ ຟາດເຂົ້າ, ຕີຄ້ອງ ເອີິ້ນ ຟາດຄ້ອງ.

໒໔ຟຸດບອນnounsense ໑

(ອ) ລູກໜັງກົມມົນ ຂະໜາດໜ່ວຍໝາກພ້າວ ສູບລົມເຂົ້າໄປແລ້ວ ອັດແໜ້ນ ທາງໃນ ໃຊ້ເຕະຫຼິ້ນ, ຊື່ກິລາປະເພດໜຶ່ງ ທີ່ຫຼິ້ນເຕະລູກໜັງຊະນິດນີ້ ແບ່ງອອກເປັນສອງຝ່າຍ ແຕ່ລະຝ່າຍມີ 11 ຄົນ. ເຕະບານ, (ຜູ້ຫຼິ້ນຕ້ອງໃຊ້ຕີນເຕະ ຫ້າມໃຫ້ໃຊ້ມື, ເປັນກິິລາທີ່ນິຍົມລະດັບໂລກ ນອກຈາກຫຼິ້ນເພື່ອເປັນການອອກກຳລັງກາຍແລ້ວ, ຍັງເປັນການພະນັນຂັນແຂ່ງອີກດ້ວຍ).

ຄຳພ້ອງ
໓໐ຮັນverbsense ໓

ຕີນໍ່າໆ ເຊັ່ນ ຕີຄ້ອງ ເອີ້ນ ຮັນຄ້ອງ ດັ່ງວ່າ ໂງງໆຄ້ອງ ເພລີຮັນປ່າວ.

ຄຳພ້ອງ
ຄົ້ນຫາເລື່ອນຫາເກມ