ການຕົກລົງເອົາເຄື່ອງຂອງໃຫ້ໄດ້, ກໍານົດ, ໝາຍ, ຫຼັກ, ຂໍ້ບັງຄັບ.
ແຈ້ງໃຫ້ຊາບ ເຊັ່ນວ່າ ຫາກໄດ້ຮັບ ຜົນສຳເລັດໃນການ ປ້ອງກັນວິທະຍານິພົນ ຂ້ອຍຈະຂ່າວໃຫ້ເຈົ້າຮູ້ນໍາຕາມທີຫຼັງ.
ການບອກໃຫ້ຮູ້ ເອີ້ນ: ຂອບ ; ເຊື້ອເຊີນ, ເອີ້ນ: ຂອບ; ຄອບກໍວ່າ.
ການບອກກ່າວໃຫ້ຮູ້ ເອີ້ນ ໄຂຂ່າວ.
ແນະນຳໃຫ້ເຮັດ ເອີ້ນ ຊີ້ແນະ, ບອກໃຫ້ເຮັດ, ບັງຄັບໃຫ້ເຮັດ, ສັ່ງໃຫ້ເຮັດ ເອີິ້ນ ຊີ້ນິ້ວ, ຊີ້ມື.
ເລົ່າ ຫຼື ແຈ້ງໃຫ້ຊາບຢ່າງເປັນທາງການ.
ບອກຕາມເລກ ຫຼື ຕາມຄວາມຄິດເຫັນ.
ບອກກ່າວເລື່ອງລາວຕ່າງໆແກ່ເຈົ້ານາຍ ເອີ້ນ ທູນ.
ຂະຫຍາຍສຽງອອກ ໃຫ້ໄດ້ຍິນໄດ້ຟັງ, ຂະ ຫຍາຍຕາໜ່າງເລື່ອງລາວຂ່າວຕ່າງໆ, ຈຸດແຈ້ງເຫດການຕ່າງໆ.
ເຊັ່ນ ບອກປ່າວໃຫ້ຍາດພີ່ນ້ອງມາຊ່ວຍງາມບຸນ ຮຽກ ເລົ່າພີ່ເລົ່ານ້ອງ, ທ່ອງໜັງສື ທ່ອງບົດຮຽນ ຮຽກ ເລົ່າບົດຮຽນ ຫຼື ທ່ອງບົດຮຽນ ຈົ່ມໜັງສື ກໍວ່າ.
ສິ່ງທີ່ກ່າວອອກປາກ ເອີ້ນ: ເວົ້າ.
ເວົ້າເລື່ອງທີ່ເກີດຂຶ້ນໃຫ້ນາຍຟັງ ເຊັ່ນ ເມື່ອມີເລື່ອງອັນໃດເກີດຂຶ້ນ ກໍນຳໄປຮຽນ ນຳໄປທູນໃຫ້ທ່ານຮູ້ ເອີ້ນ ຫຼອງ, ເປັນທຳນຽມຂອງຄົນໃຊ້ໃນສະໄໝບູຮານ ເອີ້ນ ໄປຫຼອງ.
ເລົ່າ ຢ່າງວ່າ "ເມື່ອນັ້ນທັງຫົກຕ້ານຮຽງຮຽນພະແມ່". ຮຽງຮ່ວມ ກ ຮ່ວມກັນ, ຢູ່ນໍາກັນ ຢ່າງວ່າ "ເຊີນໝ່ອມມາສະເຫວີຍເຂົ້າ ສາລີຮຽງຮ່ວມ".