⌘ K
Lexicon·SYNONYM EXPLORATION
ຄຳທີ່ໝາຍເຖິງ · Words that mean
ໝູ່
u·noun
໕໐entries list ໝູ່ as a synonymvia synonym_index · 18ms
Open entry forໝູ່
ກອງnounsense

ເຄື່ອງຂອງທີ່ຈັດໄວ້ເພື່ອເຮັດບຸນ ເອີ້ນ ກອງບຸນ ເຊັ່ນ ກອງບວດ, ກອງຫົດ, ກອງກະຖິນ, ກອງອັດຖະ. ເອີ້ນ ກອງ.

ແກວnounsense

ຄົນ ຫຼື ສັດທີ່ຢູ່ຮ່ວມກັນໄດ້ ເອີ້ນ ແກວດຽວກັນ. ຖ້າຢູ່ຮ່ວມກັນບໍ່ໄດ້ ເອີ້ນວ່າ ບໍ່ແມ່ນພວກ ຫຼື ແກວດຽວກັນ.

ຄຳພ້ອງ

ໃນຮ່າງກາຍຂອງຄົນເຮົາ ມີຂັນຫ້າ ຄື: ຮູປະຂັນ ກອງຮູບ, ເວທະນາຂັນ ກອງເວທະນາ, ສັນຍາຂັນ ກອງສັນຍາ, ສັງຂາລະຂັນ ກອງສັງຂານ, ວິນຍານະຂັນ ກອງວິນຍານ.

ຄຳພ້ອງ
໑໕ຈຸ້ມnounsense

ໂຄດວົງ ພວກທີ່ເກີດຈາກເຊື້ອສາຍດຽວກັນ, ຂ້ອນຢູ່ບ່ອນດຽວ, ຮວມ ກັນ, ເປັນຊຸມ, ເປັນໝູ່, ຂອງທີ່ໂຮມກັນຢູ່ເປັນໝວດເປັນໝູ່, ຈຸ້ມເຈື້ອ ກໍວ່າ.

ຄຳພ້ອງ
໒໓ຊຸມnounsense

ຈຳນວນສິ່ງຂອງທີ່ຄົບຖ້ວນ ເຊັ່ນ ຜ້າຊຸມໜຶ່ງ ເປັນຕົ້ນ ດັ່ງວ່າ "ປາງນັ້ນຈອມທຳສ້າງ ສວນຕານເປັນໃຫຍ່ ເຊັງຊ່າຍ້ອງເມືອງທ້າວຊູ່ຊຸມ".

ຊຸມ ເອີ້ນ ຄຳພີພະໄຕປີດົກ ໃນພະສູດ ແຍກອອກເປັນ 5 ໝວດ ຄື: ທີຄະນິກາຍ, ມັດຊິມະນິກາຍ, ສັງຍຸດຕະນິກາຍ, ອັງຄຸດຕະລະນິກາຍ ແລະ ຂຸດທະກະນິກາຍ.

ຄຳພ້ອງ
໔໕ລາສີnoun(ປ.)sense

ລັກສະນະດີງາມ, ມາດ ຕາ ແທກຈັກກະລາສີ ຄື ສາມສິບອົງສາ ເປັນ 1 ລາສີ, ເດືອນທາງສຸລິຍະຄະຕິ ກໍວ່າ.

ຄຳພ້ອງ
໕໐ຮ່ອມnounsense

ພວກ ດັ່ງວ່າ "ກາກັບນົກ ເຄົ້າ ບໍ່ເຂົ້າຮ່ອມດຽວກັນ ໜູກັບແມວ ບໍ່ຢູ່ນໍາກັນໄດ້" (ກອນ).

ຄຳພ້ອງ
ຄົ້ນຫາເລື່ອນຫາເກມ
ຄຳທີ່ໝາຍເຖິງ ໝູ່ — ວັດຈະນານຸກົມລາວ