⌘ K
ຄຳ·Entry

ຂັນ

noun
ໃນຮ່າງກາຍຂອງຄົນເຮົາ ມີຂັນຫ້າ ຄື: ຮູປະຂັນ ກອງຮູບ, ເວທະນາຂັນ ກອງເວທະນາ, ສັນຍາຂັນ ກອງສັນຍາ, ສັງຂາລະຂັນ ກອງສັງຂານ, ວິນຍານະຂັນ ກອງວິນຍານ.

In Buddhism, the five aggregates constituting a human being: form (rupa), feeling (vedana), perception (sanna), mental formations (sankhara), and consciousness (vinnana).

ຊື່ດາບແນວໜຶ່ງມີຄົມສອງຂ້າງ ທາງກາງທັງສອງຂ້າງເປັນສັນນ້ອຍໆ ຄ້າຍຄືຫອກ ເອີ້ນ ຂັນ, ຂັນໄຊ, ພະຂັນໄຊກໍວ່າ.
ພານສຳລັບໃສ່ເຄື່ອງບູຊາ ມີເຂົ້າຕອກດອກໄມ້ທູບທຽມ ຈັດ 5 ຄູ່ ເອີ້ນ ຂັນຫ້າ, 8 ຄູ່ ເອີ້ນ ຂັນແປດ.
ດ້ວຍຄໍາ ເອີ້ນ ຂັນເງິນ ຂັນທອງ ຂັນຄໍາ.
ພານໝາກ ພານສຳລັບໃສ່ໝາກພູຫວ້ານຢາ ເອີ້ນ ຂັນໝາກ, ຂັນສະຫຼາ ກໍວ່າ.
ຜູ້ມີໜ້າທີ່ປະຫານຊີວິດ ຄົນທໍາຄວາມຜິດຕໍ່ບ້ານເມືອງ ບູຮານເອີ້ນ ໄທຂັນ.
ການຮັບລ້ຽງເກືອ ເອີ້ນ ຂັນອາສາ. ການຮັບປ້ອງກັນປະເທດຊາດບ້ານ ເມືອງ ເອີ້ນ ຂັນອາສາ.
ນໍ້າໄຫຼວົນຕາໄກ່ ເອີ້ນ ນໍ້າຂັນ.
ມັດໃຫ້ແໜ້ນ ເຊັ່ນ ຂັນຕອກຊະເນາະເຂົ້າໃຫ້ແໜ້ນ ເອີ້ນ ຂັນຕອກຊະເນາະ, ຕ່ຳຜ້າໃຫ້ເນື້ອແໜ້ນດ້ວຍຟືມ ເອີ້ນ ຟືມຂັນ.
໑໑
ການສັ່ງລາ ເປັນທໍານຽມຂອງຄົນ ຫຼື ສັດ ໂດຍສະເພາະ ສັດກ່ອນຈະຈາກກັນໄປຈະຂັນສັ່ງລາກ່ອນ.
໑໒
ກະໂຕກ ຊື່ພາຊະນະທີ່ສານດ້ວຍໄມ້ໄຜ່ມີຂາສີ່ຂາ ຫຼື ໄມ້ແກ່ນ ຄຶງໃຫ້ກົມໃຫ້ມົນມີຂອບ ເອີ້ນ ຂັນໂຕກ, ກະໂຕກ ກໍວ່າ ໃຊ້ເປັນພາຊະນະສຳລັບຕັ້ງຖ້ວຍອາຫານ.
໑໓
ຊື່ເງິນບູຮານເຊິ່ງເອີ້ນວ່າ ເງິນຂັນ ຂັນໜຶ່ງໜັກ 25 ບາດ.
ຄຳພ້ອງ · Synonymsclick any word to explore it
Explore synonyms →
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ