ມະຫັນຕະ ເອີ້ນ: ກວ້າງໃຫຍ່.
ຊື່ຫອຍຊະນິດໜຶ່ງ ເປັນກາບໃຫຍ່ ໃຊ້ກິນເປັນອາຫານໄດ້ ເອີ້ນ: ກວ້າງ, ກວ້າງຫອຍ, ຫອຍຂວານ, ຫອຍກາບກວ້າງ ຫອຍກີບກວ້າງ ກໍວ່າ.
ໄກ່ໂຕເປັນຫົວໜ້າ ເອີ້ນ ໄກ່ເຂືອກ, ຂຸນຜູ້ເປັນໃຫຍ່ ເອີ້ນ ຂຸນເຂືອກ, ເສນາຜູ້ໃຫຍ່ ເອີ້ນ ມຸຕີເຂືອກ.
ຫົວເຂື້ອງ ເອີ້ນ ຫົວຂຶ້ງ, ມຶ້ງຂຶ້ງ.
ເຊັ່ນ: ໂທດໜັກ = ເອີ້ນ: ຄຣຸໂທດ, ກຳໜັກ = ເອີ້ນ: ຄຣຸກຳ ..
ຕົ້ນໄມ້ສູງສະຫງ່າ ແລະ ງາມໃນສາຍຕາ.
ເປັນຕາໜ້າຢ້ານ, ບໍ່ສະຫຼວຍສວຍງາມ.
ນົມໃຫຍ່ກວ່າປົກກະຕິ ເອີ້ນ: ນົມໂຕ້ນ.
ເບັ່ງ ລັກສະນະເນື້ອໜັງທີ່ຕືງ ເອີ້ນ: ຕົ່ງ, ເຊັ່ນ ນົມຕຶງ ເອີ້ນ: ນົມຕົ່ງ, ແກ້ມທີ່່ມີເນື້ອເຕັມ ເອີ້ນ: ແກ້ມຕົ່ງ.
ຫົວແມ່ຕີນ ເອີ້ນ ນິ້ວໂປ້ ເຊັ່ນ ໂປ້ມື, ໂປ້ຕີນ.
ດັງໃຫຍ່ເຫວີ ເປັນຮູກວ້າງຮຽກ: ດັງປື່ງ.
ກິນເຂົ້າໜ້ອຍ ກິນອາຫານຫຼາຍ ເອີ້ນ: ກິນໂຜ້.
ໂຊ່ນ ເຊັ່ນ ທ້ອງໃຫຍ່ ເອີ້ນ ທ້ອງພ່າງ.
ອ່າງເກັບນໍ້ໃຫຍ່ ເອີ້ນ: ໄຫໄພ.
ໃຫຍ່ອອກໄປທາງໜ້າຢ່າງບໍ່ຢຸດຢັ້ງ.
ໂຕ ເຊັ່ນ ດັງໃຫຍ່ ເອີ້ນ ດັງໂມ, ແຕງໃຫຍ່ ເອີ້ນ ແຕງໂມ, ຕັກແຕນ ໂຕໃຫຍ່ ເອີ້ນ ຕັກແຕນໂມ.
ທີ່ເປັນຊື່ຜ້າ ຫຼື ແຜ່ນແພຊະນິດໜຶ່ງ ເນື້ອບາງອ່ອນ ແລະ ມື່ນ ຜືນໃຫຍ່ ແລະ ຍາວ ຮຽກ ແພລົ້ວ, ສະໄບລົ້ວ ກໍວ່າ.
ປະເມີນຜົນ ເອີ້ນ: ວັດແທກ ວັດ 3 ນ. ວັດຕະສົງສານ, ຄວາມວຽນວາຍຕາຍເກີດ, ຄວາມບໍ່ສິ້ນ ສຸດຂອງອະນິິດຈາ, ກັບໄປ ແລະ ວຽນມາບໍ່ມີວັນສິ້ນສຸດ, ໝູນ ວຽນຂອງໂລກກົມ.
ຄົນທ້ອງໃຫຍ່ ເອີ້ນ ທ້ອງເອເລ, ທ້ອງເອ້ເລ້ ກໍວ່າ ດັ່ງວ່າ "ຍິງໃດ ເອເລທ້ອງ ປູມຫຼວງອູ້ມບາດ ຮູບຮ່າງຮ້າຍ ບຸນເຈົ້າຫາກມີ" (ຄໍາສອນ).
ໄກ່ຜູ້ໂຕໃຫຍ່ ເອີ້ນ ໄກ່ໂອກ.
ໃຄ່ຂຶ້ນ ດັ່ງວ່າ "ຍິງໃດອືລືທ້ອງ ປູມຫຼວງອູ້ມບາດ ໂສມຮູບຮ້າຍ ບຸນເຈົ້າຫາກມີ" (ຄໍາສອນ).
ປ່ຽວ ເຊັ່ນ ໄຟກອງໃຫຍ່ ເອີ້ນ ໄຟກອງຮ້າ, ຄົນບໍ່ວົນນໍາລູກນໍາເມຍ ເອີ້ນ ຄົນຮ້າ, ຄວາຍທີ່ປ່ອຍປະໄວ້ດົນນານຈົນປ່ຽວ ເອີ້ນ ຄວາຍຮ້າ, ຄວາຍແນວນີ້ ຈະລືມເຈົ້າຂອງ ລາງໂຕຊົນເຈົ້າຂອງເຖິງຕາຍ ກໍມີ.