ໃນທາງ ສາສະໜາພຸດ ໝາຍເອົາ ຂໍ້ປະຕິບັດໃຫ້ເຖິງ ວິຊາ ມີ 15 (ສິບຫ້າ) ປະການ ຄື: 1. ສິລະສັງວະລະ ຄວາມລະວັງ ບໍ່ໃຫ້ລ່ວງຂໍ້ບັນຍັດ. 2. ອະປັນນະກະປະຕິປະທາ ຄືຂໍ້ປະຕິບັດບໍ່ຜິດສາມຢ່າງ ໄດ້ແກ່: (ກ.) ອິນທະລິຍະສັງວະລະ ລະວັງອິນຊີທັງຫົກ ຄື: ຕາ ຫູ ດັງ ລີ້ນ ກາຍ ໃຈ, ໂພຊະເນມັດຕັນຍຸຕາ ຮູ້ຈັກປະມານໃນການກິນອາຫານແຕ່ພໍດີ ຄື ບໍ່ກິນຫຼາຍໂພດ, ໜ້ອຍໂພດ, (ຄ.) ຊາຄະລິຍານຸໂຍຄະ ປະກອບຄວາມພຽນ ບໍ່ເຫັນແກ່ແຕ່ການນອນຫຼາຍ ແລະ ທຳອີກເຈັດຢ່າງ ຄື: 1. ສັດທາຄວາມເຊື່່ອ ໃນສິ່ງທີ່ຄວນເຊື່ອ, 2. ຫິລິ ຄວາມລະອາຍຕໍ່ບາບ 3. ໂອດຕັບປະ ຄວາມຢ້ານກົວຕໍ່ບາບ, 4. ພາຫູສັດຈະ ຄວາມໄດ້ຍິນໄດ້ຟັງຫຼາຍ, 5. ວິລິຍະຄວາມພຽນ, 6. ສະຕິ ມິສະຕິໝັ້ນທ່ຽງ, 7. ປັນຍາ ຄວາມຮອບຮູ້ໃນກອງສັງຂານ. ກັບ ຊານ 4 (ສີ)່ ໂຮມເປັນ ຈະລະນະສິບຫ້າປະການ.
ຄຳທີ່ໝາຍເຖິງ · Words that mean
ຮາກ
The part of a plant underground that absorbs nutrients, or the origin or source of something.
໕entries list ຮາກ as a synonymvia synonym_index · 3ms
ທີ່ຕັ້ງເດີມ ຄຳນີ້ໃຊ້ວ່າ ມູນ ເຊັ່ນ ເຫງົ້າໄມ້ ເອີ້ນ ລູກຂະມູນ, ຊັບສົມບັດທີ່ຈັດໄວ້ເພື່ອສາທາລະນະປະ ໂຫຍດ ໂດຍບໍ່ເອົາໄປຄ້າເພື່ອຫາກຳໄລ ເອີ້ນ ມູນນິທິ, ມໍລະດົກທີ່ຕົກທອດຈາກພໍ່ແມ່ ເອີ້ນ ມູນມໍລະດົກ, ສິ່ງຂອງທີ່ມີລາຄາ ເອີ້ນ ມູນຄ່າ.
ບ່ອນເປັນຈຸ້ມຕໍ່ກົກ (ເຫງົ້າໄມ້).