ການກະທຳທີ່ປະກອບດ້ວຍເຈດ ຕະນາ ທາງກາຍ ກໍຕາມ ແລະທາງໃຈກໍຕາມ, ຜົນຂອງການກະທຳ, ສິ່ງທີ່ຕິດຕາມມາຈາກການສ້າງຂຶ້ນໃນທີ່ຜ່ານມາ, ປະໂຫຍດຈາກປະ ຕິກິລິຍາ, ຜົນຂອງປະກົດການ. ກໍາ ຄືການແະທຳ ມີ 2 ປະການຄື: 1. ອະກຸສົນກຳ ຄື: ກຳທີ່ເປັນອະກຸສົນ. ກຳຊົ່ວ, ການກະທຳທີ່ບໍ່ດີ, ບໍ່ສະຫຼາດ ໝາຍເຖິງການກະທຳທີ່ເກີດຈາກ ອະກຸສົນຄື: ໂລພະ, ໂທສະ, ໂມຫະ. 2. ກຸສົນກຳ: ຄື ກຳທີ່ເປັນກຸສົນ, ກຳດີ, ການກະທຳທີ່ດີ, ສະຫຼາດເກີດຈາກປັນຍາ, ສົ່ງເສີມຄຸນ/ນະພາບຂອງຊີວິດ ຈິດໃຈ, ໝາຍເຖິງການກະທຳທີ່ເກີດຈາກກຸສົນມູນ ຄື: ອະໂລພະ, ອະໂທສະ, ອະໂມຫະ.
ສີ່ງທີ່ເກີດຈາກຕົນເອງທຳກຳໄວ້ ໃນເວລາຜ່ານ ມາ ຊຶ່ງແຍກອອກໄດ້ເປັນ 3 ປະເພດ ຄື: 1. ກາຍຍະກຳ: ການກະທຳ ຫຼືການເຄື່ອນ ໄຫວ ດ້ວຍກາຍ 2. ວະຈີກຳ: ການກະທຳດ້ວຍການປາກເວົ້າ 3. ມະໂນກຳ: ການກະທຳດ້ວຍໃຈ. ສິ່ງທີ່ເກີດຂຶ້ນໄດ້ຜົນງານທັງ 3 ຢ່າງນັ້ນ.
ຊີ້ນເຮັດໃຫ້ເປັນກ້ອນນ້ອຍມົນໆ, ແມ່ນຊີ້ນປາ, ຊີ້ນໝູ ຫຼື ຊີ້ນງົວ, ຊີ້ນຄວາຍເອົາມາຟັກໃຫ້ມຸ່ນແລ້ວປະສົມກັບຜັກບົ່ວ ຫົວຫອມ ແລະ ປັ້ນໃຫ້ເປັນກ້ອນທໍ່ຫົວໂປ້ມື ຫຼື ຫົວໂປ້ຕີນ ແລ້ວຕົ້ມໃສ່ນ້ຳ ເພື່ອໃຫ້ສະບາຍຄາວແລ້ວ ເອົາມາເປັນອາ.