ຄຳ·Entry
ກຳ-ກັມ
noun໑
ການກະທຳທີ່ປະກອບດ້ວຍເຈດ ຕະນາ ທາງກາຍ ກໍຕາມ ແລະທາງໃຈກໍຕາມ, ຜົນຂອງການກະທຳ, ສິ່ງທີ່ຕິດຕາມມາຈາກການສ້າງຂຶ້ນໃນທີ່ຜ່ານມາ, ປະໂຫຍດຈາກປະ ຕິກິລິຍາ, ຜົນຂອງປະກົດການ. ກໍາ ຄືການແະທຳ ມີ 2 ປະການຄື: 1. ອະກຸສົນກຳ ຄື: ກຳທີ່ເປັນອະກຸສົນ. ກຳຊົ່ວ, ການກະທຳທີ່ບໍ່ດີ, ບໍ່ສະຫຼາດ ໝາຍເຖິງການກະທຳທີ່ເກີດຈາກ ອະກຸສົນຄື: ໂລພະ, ໂທສະ, ໂມຫະ. 2. ກຸສົນກຳ: ຄື ກຳທີ່ເປັນກຸສົນ, ກຳດີ, ການກະທຳທີ່ດີ, ສະຫຼາດເກີດຈາກປັນຍາ, ສົ່ງເສີມຄຸນ/ນະພາບຂອງຊີວິດ ຈິດໃຈ, ໝາຍເຖິງການກະທຳທີ່ເກີດຈາກກຸສົນມູນ ຄື: ອະໂລພະ, ອະໂທສະ, ອະໂມຫະ.
Karma; an intentional action performed through body, speech, or mind, and the resulting consequences of those deeds.
ຄຳພ້ອງ · Synonymsclick any word to explore it
Spotted something else?Full correction form →