ຕົ້ນນ.
ton — tree · origin
ລຳຂອງຕົ້ນໄມ້ທີ່ເກີດຈາກດິນ ຫຼື ພືດພັນຕ່າງໆ ເອີ້ນ: ກົກ, ເຄົ້າ, ເດີມ, ຫົວໜ້າ.
ຕົ້ນ prefixes specific flora species as well as abstract beginnings, sources, and root causes.
Full entry ຕົ້ນ →໕໓ compounds · ໑໒ approved · ໑໒ charted
ຕົ້ນຄຳ · The word treetap a word to find it below
ຕົ້ນton
ຄຳປະສົມ · The family
Each row reads in one order: the word, its parts, what the parts literally say, and what the word actually means. The distance between the last two is the thing worth learning.
ຕົ້ນກ້ວຍ
ton-koy
ຕົ້ນ+ກ້ວຍ
tree + tree + banana
A plant with a pseudo-stem formed by overlapping leaf sheaths, no hard wood, broad leaves, and fruit that is edible; many varieties exist.mt
ຊື່ຂອງພືດຜົນຊະນິດໜຶ່ງ ທີ່ເກີດຂຶ້ນເປັນລຳ ອັນຫຸ້ມຫໍ່ດ້ວຍກາບຊ້ອນກັນ ບໍ່ມີແກ່ນແຕ່ມີໃຈ, ໃບບາງ ແລະ ມີກ້ານຍາວຍອດ, ໝາກ, ປີ ສາມາດກິນເປັນອາຫານໄດ້ ເອີ້ນ: ຕົ້ນກ້ວຍ, ກ້ວຍມີຫຼາຍຊະນິດ ຄື: 1. ກ້ວຍຕີບ, 2. ກ້ວຍນໍ້າວ້າ, 3. ກ້ວຍທະນີ, 4. ກ້ວຍງ້າວ, 5. ກ້ວຍຫອມ, 6. ກ້ວຍນາງເລັບ ແລະ ອື່ນໆ.
ຕົ້ນກອກ
ton-kok
ຕົ້ນ+ກອກ
tree + tree + hog plum
A small to medium tree species in Laos with a smooth trunk, soft wood, round fruit similar to olives with a sour taste, used for dipping sauce; young leaves are eaten with dishes.mt
ຊື່ຂອງພັນໄມ້ຊະນິດໜຶ່ງ ມີຂະໜາດນ້ອຍ ຫາ ກາງ ທີ່ເກີດຢູ່ໃນແຜ່ນດິນລາວ, ລໍາຕົ້ນຂອງມັນກ້ຽງ ເປັນໄມ້ເນື້ອບໍ່ແຂງ, ໝາກມົນ, ຄ້າຍຄືໜ່ວຍໝາກ ມີຣົດສົ້ມ ເອົາຊີ້ນຈາກໝາກກອກມາເຮັດແຈ່ວ ເອີ້ນ: ແຈ່ວໝາກກອກ. ໃບອ່ອນກິນກັບລາບ, ປົ່ນ, ກ້ອຍ ແຊບດີ.
ຕົ້ນກະຖິນ
ton-ka-thin
ຕົ້ນ+ກະຖິນ
tree + tree + leadtree/acacia
A small to medium tree species with soft wood, white flowers, and leaves similar to spinach; its leaves and young fruit are eaten with dishes, and mature pods are also consumed.mt
ຊື່ຂອງພັນໄມ້ນ້ອຍ ຫາກາງຊະນິດໜຶ່ງ ທີ່ເກີດຕາມບ້ານເຮືອນ ຫຼື ໃນຮົ້ວສວນ, ເປັນໄມ້ເນື້ອອ່ອນ ໃບຄືໃບຜັກຂະ ມີຣົດຝາດ ມີດອກຂາວມົນ, ໃບ ແລະ ໝາກອ່ອນ ກິນກັບ ລາບ ກ້ອຍ ປົ່ນ ແຈ່ວ ໄດ້, ສ່ວນຝັກແກ່ ກໍປອກກິນໃນ.
ຕົ້ນກຸງ
ton-kung
ຕົ້ນ+ກຸງ
tree + tree + yang tree
A tree species found in muddy forests of Laos, with large, long leaves used for wrapping fish paste cylinders.mt
ຊື່ຂອງພັນໄມ້ຊະນິດໜຶ່ງ ທີ່ເກີດຢູ່ຕາມປ່າໂຄກ ຂອງເມືອງລາວ, ຊຶ່ງມີໃບໃຫຍ່ຍາວ ສາມາດເອົາມາຫໍ່ກະບອງຂີ້ໂລ້ໄດ້.
ຕົ້ນຂາມ
ton-kham
ຕົ້ນ+ຂາມ
tree + tree + tamarind
A tamarind tree, with hard wood, small leaves, and fruit and young leaves that are edible; two varieties: sour tamarind and sweet tamarind.mt
ຊື່ຂອງພັນໄມ້ຊະນິດໜຶ່ງ ທີ່ມີແກ່ນແຂງ, ໃບນ້ອຍມັກເກີດ ແລະ ປູກຕາມບ້ານ ຫຼື ຮົ້ວສວນ, ໝາກ ແລະ ໃບອ່ອນກິນໄດ້ ເອີ້ນ: ຕົ້ນຂາມ. ຕົ້ນຂາມ ມີຢູ່ 2 ຊະນິດ ຄື: 1. ຕົ້ນໝາກຂາມສົ້ມ = ເປັນໝາກອອກມາຈະມີຣົດສົ້ມ. 2. ຕົ້ນໝາກຂາມຫວານ = ໝາກອອກມາຈະມີ ຣົດຫວານ.
ຕົ້ນຂາມປ້ອມ
ton-kham-pom
ຕົ້ນ+ຂາມປ້ອມ
tree + tree + Indian gooseberry
A small to medium tree species in Laos with sticky wood, leaves like tamarind, and fruit similar to jujube with a sour, astringent taste; edible.mt
ຊື່ຂອງພັນໄມ້ຊະນິດໜຶ່ງທີ່ເກີດໃນຜືນແຜ່ນດິນລາວ ລໍາຕົ້ນຂະໜາດນ້ອຍ ຫາ ກາງ ເປັນໄມ້ເນື້ອໜຽວ, ໃບຄ້າຍຄືໃບຂາມ ແລະ ໝາກຄ້າຍຄືໝາກຍົມ ມີຣົດສົ້ມ ຝາດ ກິນໄດ້.
ຕົ້ນຂີ້ເຫຼັກ
ton-khi-heak
ຕົ້ນ+ຂີ້ເຫຼັກ
tree + tree + Siamese cassia
A small to medium tree species, often planted near homes and gardens; it has yellow flowers, leaves like tamarind with a bitter taste, and is used for cooking after boiling.mt
ຊື່ຂອງພັນໄມ້ຊະນິດໜຶ່ງທີ່ເປັນຕົ້ນຂະ ໜາດ ນ້ອຍ ຫາ ກາງ ຊຶ່ງມັກປູກໄວ້ຕາມບ້ານເຮືອນ ຮົ້ວສວນ ຖຽງໄຮ່ ຖຽງນາ. ຕົ້ນຂີ້ເຫຼັກ ມີ ສອງ ຊະນິດ ຄື: ຊະນິດເປັນຟຸ່ມ ແລະ ຊະນິດເປັນຕົ້ນ. ມີດອກເປັນສີເຫຼືອງ ມັກມີແມງພູ່ ຫຼື ເຜິ້ງ ມາຕອມດອກ, ໃບຄ້າຍຄືໃບຍົມ ມີຣົດຂົມ. ເພິ່ນມັກເອົາໃບອ່ອນມາຕົ້ມຂ້ຽວກັ່ນ ໃຫ້ຣົດຂົມຈືດຈາງ ແລ້ວ ເອົາມາແກງ ປະສົມກັບ ກະທິໝາກພ້າວ ເຄື່ອງຫອມ ແລະ ອາຫານຄາວຕ່າງໆ ເຊັ່ນ: ປາ ໄກ່ ຊີ້ນ ເພື່ອໃຫ້ມີຣົດຊາດແຊບດີ. ຕົ້ນຂີ້ເຫຼັກ ຍັງໃຊ້ເປັນຢາ ນຳອີກ.
ຕົ້ນຄຳພີ
ton-kham-phi
ຕົ້ນ+ຄຳພີ
tree + tree/origin + scripture
A large tree species in Laos, found in forests, with a straight trunk like yang wood, hard black wood, and leaves like teak; used for house posts and planks.mt
ຊື່ຂອງພັນໄມ້ຂະໜາດໃຫຍ່ຊະນິດ ໜຶ່ງທີ່ເກີດຢູ່ໃນເມືອງລາວ ຊຶ່ງເກີດຢູ່ຕາມພູຜາປ່າ ດົງ, ລໍາຕົ້ນຊື່ຄ້າຍຄືໄມ້ຍາງ ເປັນໄມ້ປະເພດຊັ້ນດີ ແລະ ເນື້ອໄມ້ແກ່ນແຂງສີດຳ ໃບຄ້າຍ ຄືໄມ້ສັກ, ສາມາດເລື່ອຍເອົາໄມ້ຄຳພີ ມາເປັນ ເສົາເຮືອນ ຫຼື ເປັນແປ້ນແອ້ມເຮືອນ ແລະ ໃຊ້ໄດ້ຫຼາຍຢ່າງ.
ຕົ້ນງິ້ວ
ton-ngio
ຕົ້ນ+ງິ້ວ
tree + tree + kapok/cotton
A tree species with light, non-hard wood; its fruit is elongated and contains light cotton-like fibers used for stuffing mats or pillows; young fruit is edible, and mature fibers are used for commerce.mt
ຊື່ຂອງພັນໄມ້ຊະນິດໜຶ່ງ ຊຶ່ງບໍ່ມີແກ່ນ ແລະ ມີເນື້ອເບົາ, ໝາກມັນເປັນຫຼ່ຽມຍາວຄ່າຄືບ ຢູ່ທາງໃນຂອງໝາກງິ້ວຈະມີຍອງເບົາໆ ຊຶ່ງໃຊ້ສຳລັບຍັດເສື່ອ ຫຼື ໝອນ. ຊຶ່ງປູກ ແລະ ເກີດຢູ່ຕາມບ້ານເມືອງຂອງລາວ. ໝາກອ່ອນສາມາດກິນເປັນອາຫານໄດ້ ແລະ ໝາກຫ້າວ ສາມາດເອົາຍອງຂອງມັນ ໄປເປັນສິນຄ້າຍັດເຮັດໝອນໝູນໄດ້.
ຕົ້ນຈານ
ton-chan
ຕົ້ນ+ຈານ
tree + tree + flame-of-the-forest
A tree species found in fields and forests in Laos, with red flowers that attract flocks of birds.mt
ຊື່ຂອງຕົ້ນໄມ້ຊະນິດໜຶ່ງ ທີ່ເກີດຢູ່ໃນຜືນແຜ່ນດິນລາວ ຕາມທົ່ງນາ ຫຼື ສາຍປ່າ ມີດອກເປັນສີແດງ ແລະ ໝູ່ນົກທັງຫຼາຍມັກມາຕອມ.
ຕົ້ນດູ່
ton-du
ຕົ້ນ+ດູ່
tree + tree + rosewood
A large tree species found in forests and fields, with a straight, smooth trunk, hard wood of deep red color, used for planks, doors, and construction.mt
ຊື່ຂອງພັນໄມ້ລາວຊະນິດໜຶ່ງ ຊຶ່ງເກີດຢູ່ຕາມປ່າໂຄກ ຫຼື ຫົວໄຮ່ປາຍນາ ເປັນໄມ້ຂະໜາດໃຫຍ່, ລໍາຕົ້ນ ຊື່ກ້ຽງງາມ ເປັນໄມ້ມີເນື້ອແກ່ນແຂງ ສີແດງເຂັ້ມ. ບໍາຕົ້ນ ຫຼື ໃບ ຄ້າຍຄືຕົ້ນໝາກບົກ, ສາມາດເລື່ອຍເປັນແປ້ນ ແອ້ມເຮືອນ ຫຼື ເຮັດປະຕູ ປ່ອງຢ້ຽມ, ສາມາດໃຊ້ເປັນໄມ້ເຄື່ອງປຸກສ້າງໄດ້ຫຼາຍຢ່າງ ຕາມຄວາມຕ້ອງການຂອງຜູ້ເຮັດ.
ຕົ້ນຕານ
ton-tan
ຕົ້ນ+ຕານ
tree + tree + palmyra palm
A large, tall tree similar to a coconut palm, with long stalks of leaves clustered at the top, and large fruit about the size of a calf's knee, divided into sections.mt
ຕົ້ນໄມ້ຊະນິດໜຶ່ງ ສູງ ໃຫຍ່ ເໝືອນກັບ ຕົ້ນພ້າວ, ໃບເປັນກ້ານຍາວ ແລະ ເປັນພົ້ວທາງປາຍ, ມີໝາກໃຫຍ່ປະມານທໍ່ບີແຂ່ງ ແລະ ແບ່ງເປັນແຊກ.
ຝຶກຫັດ · Build a word1 of 5
Which word completes it?
ຕົ້ນ+
must mean — A tamarind tree, with hard wood, small leaves, and fruit and young leaves that are edible; two varieties: sour tamarind and sweet tamarind.