ຄຳ·Entry
ຕົ້ນຂີ້ເຫຼັກ
noun໑
ຊື່ຂອງພັນໄມ້ຊະນິດໜຶ່ງທີ່ເປັນຕົ້ນຂະ ໜາດ ນ້ອຍ ຫາ ກາງ ຊຶ່ງມັກປູກໄວ້ຕາມບ້ານເຮືອນ ຮົ້ວສວນ ຖຽງໄຮ່ ຖຽງນາ. ຕົ້ນຂີ້ເຫຼັກ ມີ ສອງ ຊະນິດ ຄື: ຊະນິດເປັນຟຸ່ມ ແລະ ຊະນິດເປັນຕົ້ນ. ມີດອກເປັນສີເຫຼືອງ ມັກມີແມງພູ່ ຫຼື ເຜິ້ງ ມາຕອມດອກ, ໃບຄ້າຍຄືໃບຍົມ ມີຣົດຂົມ. ເພິ່ນມັກເອົາໃບອ່ອນມາຕົ້ມຂ້ຽວກັ່ນ ໃຫ້ຣົດຂົມຈືດຈາງ ແລ້ວ ເອົາມາແກງ ປະສົມກັບ ກະທິໝາກພ້າວ ເຄື່ອງຫອມ ແລະ ອາຫານຄາວຕ່າງໆ ເຊັ່ນ: ປາ ໄກ່ ຊີ້ນ ເພື່ອໃຫ້ມີຣົດຊາດແຊບດີ. ຕົ້ນຂີ້ເຫຼັກ ຍັງໃຊ້ເປັນຢາ ນຳອີກ.
A small to medium tree species, often planted near homes and gardens; it has yellow flowers, leaves like tamarind with a bitter taste, and is used for cooking after boiling.
Reverse lookup →No synonyms recorded — the reverse index may still surface results.
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →