ສັບລົງຫວ່າງກາງໃຫ້ແຕກອອກ ເຊັ່ນ ຜ່າໄມ້, ຜ່າຟືນ ເປັນຕົ້ນ ດັ່ງວ່າ: ປາດທ້ອງ ເອີ້ນ ຜ່າທ້ອງ, ຍ່າງແຂ່ງແດດ ເອີ້ນວ່າ ຜ່າແດດ, ຍ່າງແຂ່ງຝົນ ເອີ້ນ ຜ່າຝົນ, ຍ່າງບຸປ່າ ເອີ້ນ ຍ່າງຜ່າປ່າ, ລົງຫາປາໃນໜອງໃນຫ້ວຍຫຼາຍໆຄົນ ໂດຍມີເຄື່ອງມືຕ່າງໆກັນເອີ້ນ ຜ່າໜອງ, ຜ່າຫ້ວຍ, ຜ່າປາ, ຟ້າລົງ ເອີ້ນ ຟ້າຜ່າ.