⌘ K
Lexicon·SYNONYM EXPLORATION
ຄຳທີ່ໝາຍເຖິງ · Words that mean
ສິນຫ້າ
entry lists ສິນຫ້າ as a synonymvia synonym_index · 2ms

ສິກຂາອົງຫ້າຂໍ້ ທີ່ອຸບປາສົກ ແລະ ອຸບປາສິກກາ ຄວນປະຕິບັດ, ສິນປະຈຳໃຈຂອງຊາວພຸດທະບໍລິສັດທັງຫຼາຍ ມີ ຫ້າປະການ ຄື: 1. ປານາຕິປາຕາເວຣະມະນີ ສິຂາປາທັງ ສະ ມາທິຍາມິ = ຜູ້ຂ້າຂໍສະມາທານສິນ ສິກຂາບົດ ເວັ້ນຈາກການຂ້າສັດຕັດຊີວິດ. 2. ອະທິນາທະນາເວຣະມະນີ ສິກຂາປາທັງ ສະມາທິຍາມິ = ຜູ້ຂ້າຂໍສະມາທານສິນ ສິກຂາບົດ ເວັ້ນຈາກການລັກຊັບ. 3. ກາເມສຸມິດສາຈະຣາເວຣະມະນີ ສິກຂາປະທັງ ສະມາທິຍາມິ = ຜູ້ຂ້າຂໍສະມາທານສິນ ສິກຂາບົດ ເວັ້ນ ການຫຼິ້ນຊູ້ ຊູເມຍທ່ານ. 4. ມຸສາວາທາເວຣະມະນີ ສິກຂາປະທັງ ສະ ມາທິຍາມິ = ຜູ້ຂ້າຂໍສະມາທານສິນ ສິກຂາ ບົດ ເວັ້ນຈາກການເວົ້າຕົວະ, 5. ສຸຣາເມຣະຍະມັດຊະມາ ທະຖານາເວ ຣະມະນີ ສິກຂາປາທັງ ສະມາທິຍາມິ = ຜູ້ຂ້າຂໍສະມາທານສິນ ສິກຂາບົດ ເວັ້ນຈາກ ການດື່ມສຸຣາມຶນເມົາ.

ຄຳພ້ອງ
ຄົ້ນຫາເລື່ອນຫາເກມ