ເປັນຈັງຫວະ, ກວາຍ.
ເຄື່ອງຫ້າງເອົາສັດ ເອີ້ນ ກັບ, ໃຊ້ຫ້າງເອົາໜູ ເອີ້ນ ກັບຫ້າງໜູ, ໃຊ້ຫ້າງເອົານົກ ເອີ້ນ ກັບຫ້າງນົກ..
ຊ່ວງໄລຍະເວລາອັນຍາວນານແສນນານເຫຼືອເກີນ ເອີ້ນ ກັບ. ຍຸກທັງ 4 (ໃນຄຳພີສາສະໜາພາມ ກ່າວວ່າ: ກັບໜຶ່ງນັ້ນ ມີກຳນົດດັ່ງນີ້: 1 ກັບ = 12 ລ້ານປີ ເມືອງສະຫວັນ. ໄລຍະທີ່ໂລກຕັ້ງຕົ້ນແລ້ວ ປະໄລ (ໝົດອາຍຸຄັ້ງໜຶ່ງ), ໃນຄຳພີສາດສະໜາພາມ ກ່າວໄວ້ວ່າໃນກັບໜຶ່ງ ມີດັ່ງນີ້: 1. ກຣີຕຍຸກ: ມີກຳນົດ 4.800 ປີທິບ ທໍ່ກັບ 1.728.000 ປີ ມະນຸດ. 2. ໄຕຣດາຍຸກ: ມີກຳນົດ 3.600 ປີທິບ ທໍ່ກັບ 1.276.000 ປີມະນຸດ. 3. ທວາປຣຍຸກ: ມີກຳນົດ 2.400 ປີທິບ. ທໍ່ກັບ 864.000 ປີ ມະນຸດ 4. ກະລີຍຸກ: ມີກຳນົດ 1.200 ປີທິບ, ທໍ່ກັບ 232.000 ປີມະນຸດ. ໂຮມຍຸກທັງ 4 ເຂົ້າກັນ ຄື: 1.200 ປີທິບ, ຫຼື 2.320.000 ປີມະນຸດ, ເປັນ 1 ມະຫາຍຸກ. 2.000 ມະຫາຍຸກ, ຈິ່ງເປັນ 1 ກັບ. ຄືເປັນມື້ໜຶ່ງ, ກັບຄືນໜຶ່ງ ຂອງມະຫາພົມ. ເມື່ອຄົບກຳນົດ 1 ກັບແລ້ວ, ມະຫາພົມຈິ່ງເຜົາໂລກນີ້ເສຍ ດ້ວຍໄຟ ທີ່ຮຽກວ່າ ໄຟປະໄລກັບ ຫຼືບັນໄລກັນ ແລ້ວຈິ່ງສ້າງໂລກຂຶ້ນອີກໃໝ່.
ການປ່ຽນຈາກສະພາບໜຶ່ງ ໄປສູ່ອີກສະພາບໜຶ່ງ ເອີ້ນ ກັບກາຍ ເຊັ່ນ ຄົນດີກາຍເປັນຄົນຊົ່ວ.
ຍ້າຍຈາກຂ້າງໜຶ່ງໄປຫາອີກຂ້າງໜຶ່ງ.