ດັ້ນຫາເພື່ອໄປເອົາຂອງທີ່ຕ້ອງການ ເຊິ່ງຢູ່ໄກແສນໄກ ເອີ້ນ ກົ່ນ.
ໄກ່ຄວັດເຂ່ຍຫາອາຫານມາລ້ຽງຕົນ ເອີ້ນ ເຂ່ຍ, ຄວັດເຂ່ຍ ກໍວ່າ.
ການຊອກສະແຫວງຫາ ເຂົ້າຂອງເງິນຄໍາມາລ້ຽງຄອບຄົວ ເອີ້ນ ຂົນຂວາຍ.
ຄົ້ນຫາ ການໄປຊອກເນື້ອ ເອີ້ນ: ໄປຄວ່າເນື້ອ, ການໄປຊອກ ຫາເຕົ່າຫາແລນ ເອີ້ນ ໄປຄວ່າເຕົ່າຄວ່າແລນ.
ການເຊາະສະແຫວງຫາ ເອີ້ນ: ຊອກຄົ້ນ.
ທາວມືໄປຈັບເອົາ ເອີ້ນ ຄົ້ວ, ມືຄວ້າ ກໍວ່າ.
ຕົບໄປດ້ວຍຝ່າມືໂດຍທີ່ຕາບໍ່ເຫັນ, ກວດແກ່ງດ້ວຍຝາມື, ເອົາມືລູບໄປລູບມາໃນສິ່ງທີ່ຕາຫຼຽວເບິ່ງບໍ່ເຫັນ.
ໝູນຄາງແລະໜ້າໄປຫາສິ່ງທີ່ຢາກເຫັນ.
ມີຄວາມສົນໃຈໃສສິ່ງເຫຼົ່ານັ້ນ, ຢາກຮູ້ຢາກເຫັນ, ມີຄວາມສົນໃຈໃນສິ່ງເຫຼົ່ານັ້ນ, ບໍ່ມີກໍຊອກຫາ ບໍ່ມາກໍຊອກເບິ່ງ, ປະສົງ, ໃຝ່ຫາ, ປາຖະໜາຫາ.
ເອົາໄຟສ່ອງໃຫ້ເຫັນຮຸ່ງເຊັ່ນ: ເຍືອງໄຟສາຍສ່ອງເບິ່ງ.
ຫ້າງຂ່າຍແລ້ວໄລ່ນົກບິນໃສ່, ຫ້າງນ່າງແລ້ວໄລ່ສັດໃສ່.
ຊອກແນວທາງໃຫ້ມີເລື່ອງເກີດຂຶ້ນ ເອີ້ນ: ເຝືອນຫາເລື່ອງ.
ວັດແທກເຖິງສະພາບຕົວຈິງຂອງເຫດ ການ, ແທກເບິ່ງຄວາມເລິກ ເຊັ່ນ: ຢັ່ງເບິ່ງນ້ຳ, ເອົາຕີນຊຳໄປໃນນໍ້າເທື່ອລະກ້າວເພື່ອຊັ່ງຊາຄວາມເລິກຕື້ນ, ເຊັ່ນ: ຢັ່ງເບິ່ງ.
ສຽງຮ້ອງພ້ອມກັນດ້ວຍຄວາມມ່ວນຊື່ນຂອງຄົນຈໍານວນຫຼາຍ ຢ່າງວ່າ "ຈິດທີ່ເຮຮ່ວນດີ້ນ ກະຫາຍຂ້ອນຂາດຂວັນ".