(ອັງ.) ເທບທິດາແຫ່ງຄວາມຮັກແລະຄວາມງາມຂອງໂຣມັນ, ສິ່ງທີ່ມີຄວາມງາມເລີດ, ດາວພະສຸກ (venus) ວິບັດ ນ. ຄວາມຫາຍະນະ, ຄວາມຫຼົ້ມຈົມ, ຄວາມຈິບຫາຍວາຍວອດ, ສິ່ງທີ່ບໍ່ເປັນສິຣິມຸງຄຸນ, ຄວາມອັບປີສັກກະປານ, ສິ່ງບໍ່ປາດຖະໜາຂອງສັງຄົມ. ວິບັດ 4 ນ. ຄວາມຈິບຫາຍ, ຄວາມຈິບຫາຍທີ່ອາດຈະເຮັດ ໃຫ້ຫຼົ້ມຈົມ 4 ປະການຄື: ສີນວິບັດ, ອາຈານວິບັດ, ທິດຖິວິບັດ ຫຼື ມິດສາວິບັດ ແລະ ອາຊີວະວິບັດ, ຄວາມຜິດ, ໂທດ, ຄວາມສູນສະຫຼາຍ.