⌘ K
ຄຳ·Entry

ຄຳ

verb
ເອົາມືວາງແປະລົງຄ່ອຍໆ ເຊັ່ນ ຄຳເບິ່ງຄີງຄົນໄຂ້.

To gently place a hand on something, such as feeling a sick person's body; to stroke back and forth.

ແຮ່ທາດແນວໜຶ່ງ ສີເຫຼືອງເຫຼື້ອມ ສີບໍ່ເສົ້າ ເນື້ອອ່ອນ ໜຽວ ໃຊ້ເຮັດເຄື່ອງເອ້ ແລະ ມີຄ່າແພງ ເອີ້ນ ຄຳ ຫຼື ທອງຄໍາ. ຖ້າເປັນສີຂາວ ເອີ້ນ ຄຳດ້ວງ, ຖ້າເປັນແຜ່ນໃຊ້ຕິດພະພຸດທະຮູບ ຫຼືຕິດຕາມຝາປະຕູສິມ ແລະ ອື່ນໆ ເອີ້ນ ຄຳປິວ. ຄຳທີ່ຖະຫຼຸງແລ້ວ ເອີ້ນ ຄຳຜາຍ, ແຮ່ຄຳທີ່ຍັງບໍ່ຖະຫຼຸງ ເອີ້ນ ຄຳຜຸຍ ຄຳຜົງ ກໍວ່າ. ຄຳສີເຫຼືອງ ເໝືອນດອກໝາກບວບ ເອີ້ນ ຄຳດອກບວບ.
ຂໍ້ຄວາມທີ່ເວົ້າອອກມາເທື່ອໜຶ່ງໆ. ອາຫານ ທີ່ເອົາປ່ອນເຂົ້າປາກຫຍ້ຳເທື່ອໜຶ່ງໆ. ອັກສອນທີ່ປະສົມກັນ ອ່ານອອກໄດ້ຄວາມເທື່ອໜຶ່ງໆ ເອີ້ນ ຄຳ.
ໃຊ້ນຳໜ້າຊື່ບຸກຄົນ ສັດ ແລະ ສິ່ງຂອງ ເຊິ່ງເປັນທີ່ຮັກ ແລະ ຫວງແຫນ ຖ້າເປັນຄົນ ວ່າ: ຄຳກອງ, ຄຳແດງ, ຄຳແພງ. ຖ້າເປັນສັດວ່າ ຊ້າງຄຳ, ມ້າຄຳ, ງົວຄຳ. ຖ້າເປັນວັດຖຸວ່າ ເຮືອນຄຳ, ໂຮງຄຳ, ເຮືອຄຳ..
ສຽງທີ່ເວົ້າອອກມາສະແດງເຖິງບຸກຄົນຜູ້ເວົ້າວ່າ ເປັນຄົນຊະນິດໃດ.
ລັກສະນະຂອງຄຳເວົ້າທີ່ເປັ່ງອອກມາເປັນຄຳໜັກ, ຄຳເບົາ, ຄຳເປັນ, ຄຳຕາຍ, ຄຳຫຍາບ, ຄຳລະອຽດ.
ຊື່ພັນໄມ້ແນວໜຶ່ງ ເມັດສີແດງໃຊ້ຕົ້ມຍ້ອມຜ້າ ຜ້າທີ່ຍ້ອມສີຈະສົດໃສເໝືອນຄຳ ເອີ້ນ ສີດອກຄຳ, ຕົ້ນໄມ້ຊື່ ຕົ້ນດອກຄຳ.
ດິນບ່ອນທີ່ມີນ້ຳຊຶມ ຫຼື ຊຸ່ມຢູ່ສະເໝີ ເອີ້ນ ນ້ຳຄຳ.
ຄຳພ້ອງ · Synonymsclick any word to explore it
Explore synonyms →
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ