⌘ K
ຄຳ·Entry

ຂີ້

noun
ເສດອາຫານທີ່ຂັບຖ່າຍອອກມາ ເອີ້ນ ຂີ້, ກາກສ່ວນຂອງສິ່ງອື່ນທີ່ມີກິ່ນເໝັນຄືຂີ້ ເຊັ່ນ: ຂີ້ໄກ່ກອງໃຫຍ່ ເອີ້ນ ຂີ້ໄກ່ໂປ່, ເສດອາຫານຕິດແຂ້ວ ເອີ້ນ ຂີ້ແຂ້ວ, ຂີ້ທີ່ຕິດຢູ່ຂອບຕາ ເອີ້ນ ຂີ້ຕາ, ນໍ້າມູກແຫ້ງຕິດຮູດັງ ເອີ້ນ ຂີ້ດັງ, ທີ່ເປັນແຫຼວໆ ເອີ້ນ ຂີ້ມູກ, ຂີ້ອ່ອນໃນລຳໄສ້ຂອງຄົນ ແລະ ສັດ ເອີ້ນ ຂີ້ເພ້ຍ..
ເສດ ຫຼື ສິ່ງຂອງທີ່ບໍ່ມີກິ່ນເໝັນ ແຕ່ນິຍົມເອີ້ນ ຂີ້ ເຊັ່ນ ເສດໄມ້ທີ່ອອກຈາກການກົບໄມ້ ເອີ້ນ ຂີ້ກົບ, ຂອນດອກທີ່ໃຊ້ປະສົມນໍ້າມັນຍາງ ເຮັດກະບອງ ເອີ້ນ ຂີ້ຂອນດອກ; ເສດໝາກພູໃນຂັນໝາກ ເອີ້ນ ຂີ້ຂັນໝາກ; ເສດ ໄມ້ເກີດຈາກຂວານສັບ ເອີ້ນ ຂີ້ຂວານ​..
ໜ້າໜ່າຍກໍເອີ້ນ ຂີ້ ເຊັ່ນ ຄົນມີນິດໄສຊອບລັກຂອງຄົນອື່ນ ເອີ້ນ ຂີ້ິຂະໂມຍ, ຂີ້ກະໂມຍ, ຂີ້ລັກ ກໍວ່າ ຄົນມັກຮ້າຍ ເອີ້ນ ຂີ້ໂຫດ ຄົນມັກສໍ້ເອົາຂອງຄົນອື່ນ ເອີ້ນ ຂີ້ໂກງ, ຂີ້ສໍ້; ຄົນມັກຮັບໃຊ້ຜູ້ອື່ນ ໂດຍບໍ່ໄດ້ສິ່ງຕອບແທນ ເອີ້ນ ຂີ້ຂ້າ, ຄົນຄ້ານເຮັດວຽກ ເອີ້ນ ຂີ້ຄ້ານ; ມັກຄຸຍໂວໂອ້ອວດ ເອີ້ນ ຂີ້ຄຸຍ; ຄົນໂງ່ບໍ່ຮູ້ຈັກຕົ້ນປາຍສາຍເຫດ ເອີ້ນ ຂີ້ໂງ່.
ຄຳພ້ອງ · Synonymsclick any word to explore it
Explore synonyms →
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ