ເຂົ້າຂອງເງິນຄໍາທີ່ຫາມາໄດ້ ເອົາໄປຫຼິ້ນໄປກິນຈົນໝົດກ້ຽງ ເອີ້ນ: ກຸດມຸດ.
ຄຳທີ່ໝາຍເຖິງ · Words that mean
ໝົດ
໒໔entries list ໝົດ as a synonymvia synonym_index · 13ms
ທັງໝົດ ເຊັ່ນ ໝົດທັງຄ້າຍ ກໍວ່າ. ບໍ່ແຕກຕ່າງກັນຫຼາຍ, ມີອັນຄືກັນເປັນສ່ວນຫຼາຍ.
ຂຽນນິຍາຍຈົບ ເອີ້ນວ່າ ສຸດ ດັ່ງວ່າ "ສຸດໂສ ສຸດສ້ຽງ ບັກຊຽງລຳຊິລາ ຈາກ".
ເຊັ່ນ ຕາຍໝົດ ເອີ້ນ ຕາຍຕົງ ຢ່າງວ່າ ມານມົວກະຈັດ ຕຸ່ມຕາຍຕົງມ້ວຍ.
ຄຳວ່າ: ທຸກ ມີຄຳໃຊ້ແທນກັນຄື ຄູ່ ແລະ ຊູ່ ມີຄວາມໝາຍເໝືອນກັນຄື: ຖ້ວນ, ຄົບ ເຊັ່ນ: ທຸກບ້ານ ຄູ່ບ້ານ ຊູ່ບ້ານ ທຸກເມືອງ ຄູ່ເມືອງ, ຊູ່ເມືອງ ທຸກຢ່າງ ຄູ່ຢ່າງ ຊູ່ຢ່າງ.
ເຂົ້າບໍ່ມີ ເອີ້ນ: ເຂົ້າເບິດ.
ຄຳພ້ອງ
ດັງໄຟບ່ອນໃດກໍເປືອງຟືນບ່ອນນັ້ນ, ໃຊ້ຈ່າຍຫຼາຍເກີນຈຳນວນຄາດໝາຍ.
ຕາຍໝົດສິ້ນ ຮຽກ ຕາຍປັດຕາຍຂອດ.
ເສັດສິ້ນຜ່ານພົ້ນໄປດ້ວຍດີ, ເອີ້ນວ່າ: ຄວາມແລ້ວແຮ້ວລັ່ນ, ຢ່າຄົ້ນຜິລຸກຢ່າຍຸກຜິຕື່ນ.
ໄຫວ ເຊັ່ນ ເຮັດບໍ່ຫວາດບໍ່ໄຫວ.
ສິ້ນ ດັ່ງວ່າ "ພໍຊິເອົາລົງຕັ້ງ ທັງເມືອງກ້ຽງອ່ອຍຫ່ອຍ".