ຂອງທີ່ນ້ອຍ ແລະ ສັ້ນ ເອີ້ນ ກະຈັ້ນ ຄໍາວ່າສັ້ນ ເອີ້ນ ກະຈັ້ນ ກະຈັ້ນກະຈໍ້ ກໍວ່າ.
ເລັກນ້ອຍ ເຊັ່ນ: ຄໍສັ້ນຮຽກຄໍກິ, ແຂນສັ້ນຮຽກແຂນກິ, ເດັກນ້ອຍໜ້າຮັກ ຮຽກບັກກິ.
ສົ້ນກະບອງກິດ ເອີ້ນ: ກ້ອມກະບອງ, ສາກສັ້ນ ເອີ້ນ: ສາກກ້ອມ ໄກ່ຫາງສັ້ນ ເອີ້ນ: ໄກ່ຫາງກ້ອມ. ອາຍຸສັ້ນ ເອີ້ນ: ອາຍຸກ້ອມ. ຮ່າກ້ອມ ເອີ້ນ: ຜີຮ່າທີ່ຊອບກິນງົວ-ຄວາຍ.
ມືທີ່ຖືກຕັດຂາດໝົດ ເອີ້ນ ມືກຸ້ນ, ໄກ່ທີ່ຖືກຕັດຫາງສັ້ນເຂົ້າ ເອີ້ນ ໄກ່ຫາງກຸ້ນ.
ໄກ່ຫາງສັ້ນ ເອີ້ນ ໄກ່ກຸ້ມ.
ຂອງສິ່ງຂອງ ເອີ້ນ ຂະໜາດ ເຊັ່ນ: ໃຫຍ່ຂະໜາດນັ້ນ, ນ້ອຍຂະໜາດນີ,້ ສ່ຳນັ້ນ, ສ່ຳນີ້ ກໍວ່າ.
ການບອກວຽກງານເວລາໃກ້ໆ ເອີ້ນ ບອກຈໍ້.
ຄົນທີ່ເວົ້າຕັດບົດແບບໝາກ ນາວບໍ່ມີນ້ຳ ເອີ້ນ ເວົ້າຈົ໊ດປົ໊ດ.
ໄວ ເຊັັ່ນ ຍ່າງໄວ ເອີ້ນ ຍ່າງຈັ້ນ, ເວົ້າໄວ ເອີ້ນ ເວົ້າຈັ້ນ, ເວົ້າສັ້ນ ກໍວ່າ.
ຕົ້ນໄມ້ຕໍ່າ ເອີ້ນ ຕົ້ນໄມ້ເຕ້ຍ ເຊັ່ນ ຜັກອີ່ຕູ່ເຕ້ຍ, ຜັກກະໂດນເຕ້ຍ.
ງົວບໍ່ທັນໃຫຍ່ ເອີ້ນ: ງົວນ້ອຍ.
ໝາຍເຖິງ ຂອງທີ່ຍາວແລ້ວຄ່ອຍສັ້ນເຂົ້າ ດ້ວຍການໃຊ້ຫຼາຍ ເຊັ່ນ ສຽມຫ້ຽນ, ໝາກສົບໄຖຫ້ຽນ ເປັນຕົ້ນ.
ຂອງທີ່ມີລັກສະນະສັ້ນ ແລະ ຕູ້ ເອີ້ນວ່າ ສັ້ນອູ້ປູ້.
ຄັບ ດັ່ງວ່າ "ຫຼິງເຫັນໄມ້ລ່າວລົ້ມ ລຽບຮ່ອມເຂົາຮອມ ພຸ້ນເຢີ".