ກ່ອມເກາະ ກໍວ່າ ຖ້າງໍຫຼາຍ ເອີ້ນ ຫຼັງໂກ່ມ, ໂກ່ມໂກະ ກໍວ່າ.
ຄຳທີ່ໝາຍເຖິງ · Words that mean
ງໍ
໑໑entries list ງໍ as a synonymvia synonym_index · 8ms
ປະຕູເຂົ້າວັດທີ່ມີລັກສະນະຄົດກົ່ງໂຄ້ງ ເອີ້ນ ປະຕູໂຂງ, ງາຊ້າງ ທີ່ມີລັກສະນະໂຄ້ງ ເອີ້ນ ງາໂຂງ.
ຄົນຫຼັງຄົດ ເອີ້ນ ຄົນຫຼັງຂົດ, ນອນຫຼັງຄົດ ເອີ້ນ ນອນຂົດຂີ້ຄູ້.
ຄົນທີ່ມີລັກສະນະເຕ້ຍເປັນຊາຍ ເອີ້ນ ທ້າວຄ້ອມ, ເປັນຍິງ ເອີ້ນ ນາງຄ້ອມ. ຜູ້ສະແດງອາການອ່ອນນ້ອມຖ່ອມໂຕ ກໍເອີ້ນ ຄົນຄ້ອມ.
ແຂນທີ່ງໍ ເອີ້ນ ແຂນຈອງ, ຂາທີ່ງໍ ເອີ້ນ ຂາຈອງ.
ຫຼັງງໍ ເອີ້ນ ຫຼັງຂົດຈົ່ງກົ່ງ, ແຂນງໍ ເອີ້ນ ແຂນຂົດຈົ່ງກົ່ງ.
ຕີນງໍ ມືງໍ ເອີ້ນ ຕີນຈັງມືຈັງ, ຕີນໂກບມືຈອງ ຫຼື ຕີນໂກບມືຈັງ ກໍວ່າ ເຊິ່ງເກີດເພາະໜາວໂພດ ຫຼື ເປັນໄຂ້ສັ່ນ.
ໄມ້ທີ່ຖືກໄຟ ຫຼື ແສງແດດເຜົາຈົນບິດງໍໄປ ເອີ້ນ ໄມ້ກະແດ້ງ, ແດ້ງ ກໍວ່າ.