ຢຸດເວົ້າ ເອີ້ນ ງົດເວົ້າ.
ເປັນຄຳປະກອບທ້າຍຂອງກິລິຍາ ແລະ ຄຳວິເສດ. ເພື່ອບອກຄວາມຄັກແນ່ປະກອບທ້າຍກິລິຍາ ເຊັ່ນ: ໄປຈ້ອຍ, ບໍ່ມາຈ້ອຍ, ບໍ່ໄດ້ຈ້ອຍ, ກິນຈ້ອຍ. ປະກອບວິເສດດ້ວຍກັນ ເຊັ່ນ: ຫວານທີ່ສຸດ ເອີ້ນ ຫວານຈ້ອຍ, ເຢັນທີ່ສຸດ ເອີ້ນ ເຢັນຈ້ອຍ, ໜາວທີ່ສຸດ ເອີ້ນ ໜາວຈ້ອຍ, ເປັນສາວບໍລິສຸດ ເອີ້ນ ສາວຈ້ອຍໆ.
ງຽບສະຫງົບບໍ່ມີສຽງກວນ ຮຽກ ມິດຊີ່ລີ່ ຢ່າງວ່າ ມິດຊີ່ລີ່ປານຈຸດຈີ່ຟັງທຳ.
ແມ່ນຄຳບໍ່ສຸພາບໃນພາສາລາວ, ສັບພະນາມ ບຸລຸດທີ 2, ຄົນທີ່ເບິ່ງຄົນອື່ນຕໍ່າ ຫຼື ໃນຖານດູຖູກດູແຄນຜູ້ທີ່ເວົ້ານຳກໍເປັນໄດ້. ເປັນຄຳທີ່ຜູ້ໃຫຍ່ເວົ້າກັບຜູ້ນ້ອຍ (ເປັນຄຳບໍ່ສຸ ພາບປານໃດ). ຄວນພາກັນລະເວັ້ນ ການເວົ້າ: ການເວົ້າ ມຶງ ຫຼື ກູ, ຊຶ່ງບໍ່ເປັນສີຣິມຸງຄຸນ.
ຢູ່ໃນຄວາມມິດມ້ອຍສ້ອຍແຫຼມ, ສະຫງົບສຸກ, ບໍ່ມີປະຕິກິຣິຍາອັນໃດເກີດຂຶ້ນ.
ເປັນສິ່ງປິດບັງ, ບໍ່ເປີດເຜີຍ. ລຶກແລບ ວ. ລະອຽດລະອໍ, ຖີ່ຖ້ວນທີ່ສຸດ, ຍາກທີ່ຈະເຫັນໄດ້, ລຶກລັບແຕ່ມີການແອບແຝງ, ສັງເກດແນມ, ບໍ່ເປີດເຜີຍ, ເປັນເນື້ອຄວາມພາຍໃນທີ່ສຸດ, ປິດລັບ.