⌘ K
Lexicon·SYNONYM EXPLORATION
ຄຳທີ່ໝາຍເຖິງ · Words that mean
ຄົນ
khon·noun
A human being, an animal with higher consciousness and reasoning ability than other animals, capable of creation and modification.
໑໗entries list ຄົນ as a synonymvia synonym_index · 26ms
Open entry forຄົນ
ຕົນnounsense

ເປັນລັກສະນະນາມ, ຄົນໃຊ້ຮຽກ ຊາຍ ຍິງ ເຊັ່ນ ຊາຍໜຶ່ງຄົນ, ຍິງໜຶ່ງຄົນ, ສິ່ງທີ່ມີວິນຍານ ແລະ ບໍ່ມີວິນຍານ ເອີ້ນວ່າ: ຕົນ. ຕົນໃຊ້ຮຽກເທວະດາ ພະລາຊາ, ມານ, ຍັກ, ພິກຂຸ ເຊັ່ນ: ເທວະດາ ໜຶ່ງຕົນ, ພະລາຊາໜຶ່ງຕົນ, ມານ ໜຶ່ງຕົນ, ຍັກໜຶ່ງຕົນ, ພິກຂຸໜຶ່ງຕົນ, ໂຕໃຊ້ຮຽກສັດ ເຊັ່ນ: ງົວໜຶ່ງໂຕ, ຄວາຍໜຶ່ງໂຕ ເປັນຕົ້ນ.

ຄົນຜູ້ຊາຍ ເພດຍິງໃຊ້ວ່າ ນະລີ ຫຼື ນາລີ ນິຍົມ ເປັນຄຳໜ້າສະໝາດ ເຊັ່ນ ນະລະເທບ, ນະລະນາດ, ລະນະນາ ຍົກ, ນະລະບໍດີ, ນະລະບານ, ນະລະລາດ, ສ່ວນຫຼາຍລາວເຮົາມັກອອກສຽງເປັນນໍລະ ເຊັ່ນ ນໍລະລາດ, ນໍລະເທພາ, ນໍລະນາລາຍ ເປັນຕົ້ນ.

ຄຳພ້ອງ

ຄົນຜູ້ຊາຍ ເພດຍິງໃຊ້ວ່າ ນະລີ ຫຼື ນາລີ ນິຍົມ ເປັນຄຳໜ້າສະໝາດ ເຊັ່ນ ນະລະເທບ, ນະລະນາດ, ລະນະນາ ຍົກ, ນະລະບໍດີ, ນະລະບານ, ນະລະລາດ, ສ່ວນຫຼາຍລາວເຮົາມັກອອກສຽງເປັນນໍລະ ເຊັ່ນ ນໍລະລາດ, ນໍລະເທພາ, ນໍລະນາລາຍ ເປັນຕົ້ນ.

ຄຳພ້ອງ

ຄຳນີ້ເປັນພາສາສັນສະກິດໃຊ້ຄຳນຳໜ້າຄຳອື່ນ ເຊັ່ນ ນະລຶດົມ.

ຄຳພ້ອງ

ສັດປະເສີດທີ່ມີແນວຄິດຈິດໃຈສູງ ສາມາດຄຶດ ແລະ ສ້າງຕົນໄດ້, ສັດທີ່ຮູ້ຈັກໃຊ້ເຫດໃຊ້ຜົນ, ຮູ້ຜິດຮູ້ຖືກ, ສັດທີ່ມີຈິດໃຈສູງກວ່າບັນດາສັດທັງຫຼາຍ ເອີ້ນ: ມະນຸດ.

ຄຳພ້ອງ

ສັດທີ່ມີໃຈສູງສາມາດຄຶດ ແລະ ສ້າງຕົນເອງໄດ້, ສັດທີ່ມີໃຈສູງກວ່າສັບພະສັດທັງຫຼາຍ.

ຄຳພ້ອງ
ຄົ້ນຫາເລື່ອນຫາເກມ
ຄຳທີ່ໝາຍເຖິງ ຄົນ — ວັດຈະນານຸກົມລາວ