ຄຳ·Entry
ໝ້ຽງ
ນາມ[iang]
1
ຕົ້ນໄມ້ແນວໜຶ່ງ ໄຊ້ອົມ ຫຼື ຄ້ຽວ ຄື ຄ້ຽວໝາກ ເອີ້ນ ຕົ້ນໝ້ຽງ.
A type of tree whose fruit is chewed or sucked, called 'ton miang'.
2
ພູໜ່ວຍໜຶ່ງ ຢູ່ທາງພາກເໜືອຂອງລາວ ເຂດນ້ຳເຫືອງ ແຂວງໄຊຍະບູລີ ເອີ້ນ ພູເຂົ້າໝ້ຽງ.
3
ຊື່ອາຫານກິນຫຼິ້ນແນວໜຶ່ງ ໃຊ້ຂອງຫຼາຍຢ່າງກິນປະສົມກັນ ມີທັງຂອງຝາດ, ສົ້ມ, ເຜັດ, ມີຫົວສິງໃຄ ລໍາຂ່າ ແລະ ສ່ວນຫຼາຍແມ່ນໃບໄມ້ ຫຼື ໝາກໄມ້, ສໍາຄັນຕ້ອງກິນກັບປາແດກຈຶ່ງຄັກ ເອີ້ນ ພັນໝ້ຽງ-ກິນໝ້ຽງ. ເປັນຂອງກິນຫຼິ້ນສໍາລັບຄົນພາກໃຕ້ຫຼາຍກວ່າ.
4
ເອົາເຂົ້າແຫ້ງໄປຂົ້ວໃຫ້ສຸກກອບ ແລ້ວຕໍາໃຫ້ມຸ່ນລະອຽດ ໃສ່ເຄື່ອງປຸງປະເພດນໍ້າປາ ແປ້ງນົວ ແລ້ວຫໍ່ດ້ວຍໃບຜັກອີ່ເລີດ ຫຼື ຜັກສະຫຼັດ ເອີ້ນ ພັນໝ້ຽງ (ເປັນຂອງກິນຫຼິ້ນທາງຫຼວງພະບາງ).
Reverse lookup →(ຍັງບໍ່ມີຄຳໄວພົດບັນທຶກໄວ້ — ສາມາດຄົ້ນຫາຍ້ອນຫຼັບໃນດັດຊະນີໄດ້)
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →