ຄຳ·Entry
ໝູຊັງ
ນາມ[u-sang]
1
ຊື່ດາວພະເຄາະດວງໜຶ່ງ ອອກແຕ່ຕາເວັນຍັງບໍ່ທັນຕົກ ເອີ້ນ ດາວໝູຊັງ, ດາວໝູຊັງກັບດາວເພັກແມ່ນໜ່ວຍດຽວກັນ ດາວໜ່ວຍນີ້ ທາງໂຫລາສາດ ເອີ້ນ ດາວພະສຸກ ມີແສງສຸກໃສ. ຕາມໄດ້ຍິນຄົນບູຮານວ່າ ຖ້າດາວດວງນີ້ ຂຶ້ນຍາມໃດ ໝູປ່າຈະບໍ່ອອກຫາກິນ ເພາະມັນຢ້ານຖືກລ່າຈາກຄົນ ຫຼື ສັດຮ້າຍຕົວອື່ນ ຍ້ອນວ່າແສງດາວນີ້ແຈ້ງຫຼາຍ ໝູຈຶ່ງບໍ່ມັກ ແລະ ໃສ່ຊື່ໃຫ້ວ່າ ດາວໝູຊັງ.
Reverse lookup →(ຍັງບໍ່ມີຄຳໄວພົດບັນທຶກໄວ້ — ສາມາດຄົ້ນຫາຍ້ອນຫຼັບໃນດັດຊະນີໄດ້)
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →