ຄຳ·Entry
ໝີ່
ນາມ[i]
1
ແປ້ງມັນ ເຮັດເປັນເສັ້ນແລ້ວຕາກໃຫ້ແຫ້ງ ໃຊ້ປຸງເປັນອາຫານໄດ້ຫຼາຍແນວ ເຊັ່ນ ເຮັດເຝີ, ເຮັດໝີ່ນໍ້າ, ໝີ່ ກອບ, ໝີ່ກະທິ ເປັນຕົ້ນ.
2
ແມ່ນແຜ່ນຜ້າປະເພດໜຶ່ງ ມັດດ້ວຍເຊືອກເປັນຂໍ້ໆ ຍ້ອມດ້ວຍສີຕ່າງໆ ຕາມຕ້ອງການ ຕ່ຳເປັນຜືນ ມີລວດລາຍງາມ ເອີ້ນວ່າ ຜ້າມັດໝີ່. ໝີ່ມີຊື່ຕ່າງໆກັນ ເຊັ່ນ ໝີ່ເອື້ອ, ໝີ່ຂໍ້, ໝີ່ຜາສາດ, ໝີ່ຕາກົ້ງ, ໝີ່ດອກຈັບ, ໝີ່ດອກແກ້ວ, ໝີ່ນາກ ເປັນຕົ້ນ.
3
ຊື່ຕົ້ນໄມ້ແນວໜຶ່ງ ໃບຄ້າຍຄືໃບສີດາ ໝາກກົມເປັນພວງ ມີເມືອກ ຮາກໃຊ້ເຮັດຢາໄດ້, ເອົາໃບຢ່ອງໃສ່ນໍ້າເຂົ້າມ່າ ສາມາດໃຊ້ເປັນຢາສະຜົມໄດ້.
ຄຳໄວພົດທັງໝົດ · All synonyms
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →