⌘ K
ຄຳ·Entry

ໝາດ

noun
ພະຍາດແນວໜຶ່ງ ມັກເກີດໃນຜູ້ຍິງ ເມື່ອເກີດແລ້ວເຮັດໃຫ້ລະດູເສຍ ຄື ລະດູມາບໍ່ປົກກະຕິ, ລະດູສີແດງ ກາຍເປັນສີຂາວ ເອີ້ນ ໂລກໝາດຂາວ, ໂລກລົງຂາວ, ຫຼື ຕົກຂາວ ກໍວ່າ, ສາມາດ ປິ່ນປົວດ້ວຍການ ຫາແກ່ນລຸມພຸກ, ແກ່ນມູຍແດງ, ແກ່ນມຸຍຂາວ ມາຕົ້ມກິນ ກໍຈະຫາຍເຊົາເປັນປົກກະຕິ.
ໄມ້ ຫຼື ເຫຼັກແຫຼມ ສຳລັບຮ້ອຍປາ ເອີ້ນ ໄມ້ໝາດ, ຮ້ອຍກົບຮ້ອຍຂຽດ ກໍໄດ້, ໄມ້ຮ້ອຍ, ໄມ້ຮວາດ ກໍວ່າ.
ຜ້າຕາກໃຫ້ເກືອບແຫ້ງ ເອີ້ນ ຜ້າໝາດ, ຕົ້ນໄມ້ເກືອບຈະຕາຍ ເອີ້ນ ໄມ້ຕາຍໝາດ.
ເຊັດມີດແຖໃສ່ມື ຫຼື ໃສ່ຜ້າແຮງໆ ເພື່ອໃຫ້ມີດເຂົ້າ ເອີ້ນ ໝາດມີດແຖ, ສະໝາດມີດແຖ ກໍວ່າ.
ຄຳພ້ອງ · Synonymsclick any word to explore it
Explore synonyms →
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ