ຄຳ·Entry
ໜ້າ
ນາມ[a]
1
ສ່ວນຂອງຫົວ ຕັ້ງແຕ່ໜ້າຜາກ ລົງມາເຖິງປາຍຄາງ ເອີ້ນ ໜ້າ, ສ່ວນໜຶ່ງຂອງຮ່າງກາຍ ທີ່ຢູ່ກົງຂ້າມກັບຫຼັງ ເອີ້ນ ທາງໜ້າ, ດ້ານທີ່ຢູ່ກົງຂ້າມກັບຫຼັງ ເອີ້ນ ດ້ານໜ້າ.
The face, the front part of the head from forehead to chin; also the front side of something, opposite of back.
2
ດ້ານໜຶ່ງໆຂອງວັດຖຸແບນໆ ເຊັ່ນ ກະດານ ເອີ້ນ ໜ້າ, ໜ້າກະດານ.
3
ລະດູ ເຊັ່ນ ລະດູເຮັດນາ ເອີ້ນ ໜ້ານາ, ລະດູທີ່ມີຝົນຕົກ ເອີ້ນ ໜ້າຝົນ, ລະດູທີ່ບໍ່ມີຝົນ ເອີ້ນ ໜ້າແລ້ງ.
4
ອຸປະກອນ ຫຼື ເຄື່ອງຍິງສັດ ເຮັດດ້ວຍໄມ້, ເຫຼັກ, ທອງ ມີຫຼາຍແນວຄື 1. ໜ້າທະນູ ຫຼື ໜ້າທື້ນ, ມີຄັນຍາວໃສ່ສາຍໃຊ້ລູກເຮັດດ້ວຍໄມ້ ຫຼື ເຫຼັກລູກຍາວ, ເວລາຍິງໃຊ້ລູກພາດໃສ່ຄັນ ເອົາມືຂວາກຳແນບໄວ້ ມືຊ້າຍຈັບສົ້ນລູກດັນໃສ່ສາຍ ແລ້ວດຶງນ້າວມາຈິ່ງວາງອອກໄປ. 2. ໜ້າເກັກຄືມີຄັນໜ້າທີ່ຢູ່ກາງ ເຈາະຮ່ອງເປັນໝ້ອງໄວ້ກາງຄັນ ເປັນບ່ອນວາງລູກໜ້າໃສ່ ຫ້າງສາຍມາເກາະໄວ້ໄກ ເກາະໄກເພື່ອຍິງໃຫ້ລູກອອກໄປ.
ຄຳໄວພົດທັງໝົດ · All synonyms
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →