ຄຳ·Entry
ໄຄ້
noun໑
ແມ່ນພຸ່ມໄມ້ແນວໜຶ່ງ ທີ່ເກີດຢູ່ຕາມສາຍນໍ້າ ເອີ້ນວ່າ ກໍໄຄ້. ກໍໄຄ້ ຖືກຈັດແບ່ງອອກເປັນ 3 ປະເພດ ຄື: 1. ແນວທີໜຶ່ງເກີດຕາມຄັນແກ້ງ ຕາມໂງ່ນຫີນກາງນ້ຳ ດອກໝາກກິນໄດ້ ເອີ້ນ: ໄຄ້ແມ່. 2. ແນວທີສອງ ເກີດຕາມແຄມຝັ່ງນໍ້າ, ແຄມດອນ, ແຄມຫາດ ເອີ້ນ: ໄຄ້ຜູ້ (ກິນບໍ່ໄດ້). 3. ແນວທີສາມ ເກີດຕາມຫົວດອນ ຕາມກາງດອນ ກໍມີ ເອີ້ນ: ໄຄ້ນຸ່ນ (ກິນບໍ່ໄດ)້.
A type of shrub that grows along waterways, divided into three varieties: female ໄຄ້ (edible fruit), male ໄຄ້ (inedible), and ໄຄ້ນຸ່ນ (nun ໄຄ້).
໒
ແຄນທີ່ເຮັດດ້ວຍໄມ້ຊາງໃຊ້ສຳລັບເປົ່າ ເອີ້ນ: ໄຄ້.
໕
ຊື່ປີທີສິບສອງຂອງປີ ມີໝູເປັນໂຕສັດປະຈໍາປີນີ້.
໖
ຄົນທີ່ນອນຫຼັບ ແຕ່ເວົ້າລົມຢູ່ອຸ່ມໆ ຟັງໄດ້ຄວາມແດ່ ບໍ່ໄດ້ຄວາມແດ່ ເອີ້ນ ນອນຄ້າງໄຄ້ (ເຫຼີ ຫຼື ໃຫຼ ກໍວ່າ).
ຄຳພ້ອງ · Synonymsclick any word to explore it
ແຄນກອງກອງບູຮານ ເອີ້ນ: ໄຄ້ຍິງຫ້າງແທງກະກຽມການມືເກາະໄກປືນໄກໜ້າ ເພື່ອໃຫ້ປືນລັ່ນເອີ້ນ: ໄຄ້ (ຍິງອອກໄປ)ປີກຸນ
Spotted something else?Full correction form →