⌘ K
ຄຳ·Entry

ໂຄງຊ້າງແກ້ວ

noun
ໂຄງຮ່າງທີ່ຄົນສະໄໝປາງໂບຮານເພິ່ນ ສ້າງໄວ້ໃຫ້ຄົນລຸ້ນຫຼັງໄດ້ນັບຖື ໃນປະຕິກິລິຍາ ຫຼືການກະທຳຂອງຕົນໃນຊີວິດປະຈຳວັນ ນັ້ນດັ່ງນີ້: ໜຶ່ງຄໍ່າ: ຊ້າງແກ້ວຂຶ້ນສູ່ໂຮງຄຳ, ສອງຄໍ່າ: ຜີຟັງທຳປ່າຊ້າ, ສາມຄໍ່າ: ລ້າງມືຖ້າຄອຍກິນ, ສີ່ຄໍ່າ: ນອນບາຍຕີນຕົກຕາກແດດ, ຫ້າຄໍ່າ: ຜີແວດລ້ອມລະວັງເອົາ, ຫົກຄໍ່າ: ລົງສະ ເພົາໄປຄ້າ, ເຈັດຄໍ່າ: ເຄາະຢູ່ຖ້າຄອງຕົນ, ແປດຄໍ່າ: ເກີດສົນລະວົນບໍ່ແລ້ວ, ເກົ້າຄໍ່າ: ຕົກຖືກສ້ຽນພະລາມ, ສິບຄໍ່າ: ຫາຄວາມງາມບໍ່ໄດ້, ສິບເອັດຄໍ່າ: ຂີ້ໄຮ້ເກີດເປັນດີ, ສິບສອງຄໍ່າ: ບໍ່ມີດີຫຍັງຈັກຢາດ, ສິບສາມຄໍ່າ: ສະເຫວີຍຣາດຊົມພູ, ສິບສີ່ຄໍ່າ: ຝູງສັດຕູປອງຂ້າ, ສິບຫ້າຄໍ່າ: ຖືກແມ່ຜີຫຼວງ.
Reverse lookup →No synonyms recorded — the reverse index may still surface results.
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ