ຄຳ·Entry
ແຫຍ່
ກິລິຍາ[nyae]
1
ເອົາຂອງເປັນເສັ້ນ ຫຼື ຂອງນ້ອຍສອດເຂົ້າໄປໃນຮູ ເຊັ່ນ ແຫຍ່ກົ້ນເຂັມ, ແຫຍ່ຮູກົບ ເປັນຕົ້ນ, ເອົາໄມ້ຍາວໆ ແທງຂຶ້ນໄປໃສ່ຮັງມົດແດງ ເອີ້ນ ແຫຍ່ໄຂ່ມົດແດງ ເປັນຕົ້ນ.
To thread or insert a long thin object into a hole or gap, such as threading a needle or poking a stick into an ant nest.
2
ເຮັດໃຫ້ຕື່ນ ເຊັ່ນ ເອົົານິ້ວມືແທງສ້ວງກັນ ເປັນຕົ້ນ ຢ່າງວ່າ "ບໍ່ຢາກເວົ້າ ຫາງແລນພັດມາແຫຍ່ ບໍ່ຢາກເວົ້າແທ້ໆ ຫາງແຍ້ພັດແຫຍ່ມາ".
ຄຳໄວພົດທັງໝົດ · All synonyms
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →