⌘ K
ຄຳ·Entry

ແຕ້ມ

ກິລິຍາ
[taem]
1
ຂຽນດ້ວຍສີໃຫ້ເປັນຮູບ ຫຼື ລາຍທາ, ທາໜ້ອຍໆ ເອີ້ນ: ແຕ້ມ ເຊັ່ນ ແຕ້ມຮູບຄົນ, ຮູບສັດ ເອີ້ນ: ແຕ້ມຮູບ. ແຕ້ມເປັນຮູບລາຍດອກ ລາຍເຄືອ ເອີ້ນ: ແຕ້ມລາຍ, ແຕ້ມປູນໜ້ອຍໆໃສ່ໃບພູ ເພື່ອຄ້ຽວໝາກ ເອີ້ນ: ແຕ້ມປູນ.
2
ນ້ຳສີທີ່ໃຊ້ຂຽນຮູບລາຍ ເອີ້ນ: ນ້ຳສີແຕ້ມ.
3
ຄະແນນໝາຍໃນການພະນັນ ດັ່ງ ໄພ້ ເອີ້ນ: ແຕ້ມໄພ້.
4
ຊື່ການຫຼິ້ນຂອງເດັກນ້ອຍຢ່າງໜຶ່ງ ວິທີຫຼິ້ນແບ່ງກັນຢູ່ຄົນລະຝ່າຍ ຝ່າຍລະສາມ ຫຼື ສີ່ຄົນ ມີເສັ້ນຂີດເປັນສ່ວນກາງໄວ້ໃຫ້ຝ່າຍໜຶ່ງແລ່ນຜ່ານເສັ້ນຂີດ ອີກຝ່າຍໜຶ່ງໄລ່ເອົາມືບາຍໃຫ້ຖືກ. ຖ້າບາຍຖືກຄົນໃດ ຄົນນັ້ນເສຍ. ການຫຼິ້ນນີ້ ເອີ້ນ: ຫຼິ້ນໝາກແຕ້ມ.
5
ການໄລ່ຄະແນນໃນການຫຼິ້ນກິລາ ປະເພດ, ຕີບານ, ເຕະຕໍ້, ຕີດອກປີກໄກ່ ຈະໄລ່ກັນເປັນແຕ້ມ ດັ່ງວ່າ: ໄດ້ຈັກແຕ້ມແລ້ວ, ເສຍໃຫ້ເຂົາຈັກແຕ້ມ?.
Reverse lookup →(ຍັງບໍ່ມີຄຳໄວພົດບັນທຶກໄວ້ — ສາມາດຄົ້ນຫາຍ້ອນຫຼັບໃນດັດຊະນີໄດ້)
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ
ແຕ້ມ — ວັດຈະນານຸກົມລາວ