ຄຳ·Entry
ແດງ
noun໑
ຊື່ແມງຈຳພວກໜຶ່ງ ມີຫຼາຍຊະນິດ, ຊະນິດທີ່ເຮັດຮັງອາໄສຢູ່ເທິງຕົ້ນໄມ້ ຕົວແດງຂານ້ອຍຍາວ ກົ້ນສັ້້ນ ເອີ້ນ ມົດແດງ, ຊະນິດມີພິດອາໄສຢູ່ຕາມປ່າຮົກຂົບແລ້ວເປັນຕຸ່ມຄັນ ເອີີ້ນ ແມງແດງ, ຊະນິດທີ່ອາໄສຢູ່ໃນດິນ ຕົວນ້ອຍສີແດງ ຂົບຄັນ ເອີ້ນ ມົດແດງຊາຍ, ຊະນິດທີ່ອາໄສຢູ່ໃກ້ເຕົາໄຟ ເອີ້ນ ມົດແດງໄຟ.
໒
ຊື່ປາແນວໜຶ່ງ ເປັນປາມື່ນຕົວຄືປານາງ ແຕ່ມີສີແດງເລັກນ້ອຍ ເອີ້ນ ປານາງແດງ ປາດັງແດງ ກໍວ່າ.
໓
ເອີ້ນ ເດັກນ້ອຍເກີດໃໝ່ ວ່າ: ລູກແດງ. ເອີ້ນ: ເງິນປອມ ວ່າ ເງິນແດງ.
໔
ຊື່ຕົ້ນໄມ້ແນວໜຶ່ງ ເປັນຕົ້ນໄມ້ມີແກ່ນແຂງດີ ແລະ ມີສີແດງ ເອີ້ນ: ໄມ້ແດງ.
໕
ຊື່ລົມພາຍຸຊະນິດໜຶ່ງ ຕັ້ງເຄົ້າຂຶ້ນທີ່ທ້ອງ ຟ້າມີສີແດງ ພັດບ້ານເຮືອນເພພັງພິນາດໄປ ເອີ້ນ: ລົມແດງ.
໖
ຊື່ໂລກພະຍາດແນວໜຶ່ງ ຖ່າຍເປັນເລືອດ ເອີ້ນ: ໂລກລົງແດງ, ຊື່ໂລກແນວໜຶ່ງ ເກີດຂຶ້ນທີ່ຕາ ເຮັດໃຫ້ຕາແດງ ເອີ້ນ: ໂລກຕາແດງ.
໗
ສີແນວໜຶ່ງ ເໝືອນເລືອດ ເອີ້ນ: ສີແດງ, ຜ້າທີ່ຍ້ອມດ້ວຍສີແດງ ເອີ້: ຜ້າແດງ. ກົງກັນ ຂ້າມກັບສີດຳ.
໘
ເປັນຄຳນຳໜ້າຍິງທີ່ມີຜົວແລ້ວ ດັ່ງ: ແດງມາ, ແດງມີ ເປັນຕົ້ນ, (ຄຳນີ້ຕັດມາຈາກຄຳ ວ່າ ອຳແດງ ຫຼື ອາມແດງ).
Reverse lookup →No synonyms recorded — the reverse index may still surface results.
Spotted something else?Full correction form →