⌘ K
ຄຳ·Entry

ແຄງ

ນາມ
[khaeng]
1
ແມງແນວໜຶ່ງ ຢູ່ຕາມໃບໄມ້ ມີກິ່ນຂິວຄືແມງດາ, ມີຫຼາຍຊະນິດ ທັງໂຕນ້ອຍ ແລະ ໂຕໃຫຍ່ ຂົ້ວກິນເປັນອາຫານໄດ້, ໂຕໃຫຍ່ມີສີເຫຼືອງຄ້າຍສີງົວ ໂຕແປໆ ໃຫຍ່ປະມານທໍ່ເລັບນິ້ວມື ເອົາມາຂົ້ວຕຳປົ່ນກິນແຊບຫຼາຍ ເອີ້ນ ແມງແຄງ.

A type of insect that lives on leaves and has a pungent smell similar to a stink bug. There are many species, both small and large, and they can be fried and eaten as food; the large ones are yellowish like cow hide, flat, and about the size of a fingernail, often pounded after frying.

2
ຫອຍແນວໜຶ່ງຢູ່ທະເລ ໜ່ວຍໃຫຍ່ປະມານທໍ່ໂປ້ມື ຫຼື ໃຫຍ່ກວ່າໂປ້ມື ໂປ້ຕີນ ກໍມີ ກາບເປັນຕຸ່ມຊາໆ ເອີ້ນ ຫອຍແຄງ.
3
4
ເວລາມີຄົນຫຼາຍ ຍ່າງເອົາຂ້າງເຂົ້າ ເພື່ອຫຼີກຄົນ ເອີ້ນ ແຄງ, ສະແຄງ, ຕະແຄງກໍວ່າ, ນອນເອົາຂ້າງແປະສາດ ຫຼື ແປະເສື່ອ ເອີ້ນ ນອນແຄງ.
ຄຳໄວພົດທັງໝົດ · All synonyms
Explore synonyms →
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ
ແຄງ — ວັດຈະນານຸກົມລາວ