⌘ K
ຄຳ·Entry

ແກ້ວ

ນາມ
[kaeo]
1
ສ່ວນໃສໆຂອງໜ່ວຍຕາ ເອີ້ນ ແກ້ວ ຕາ ແລະ ເອີ້ນ ຄົນທີ່ເປັນທີ່ຮັກວ່າ ແກ້ວຕາ ດວງໃຈ.

The transparent part of the eyeball, called the lens; also used to refer to a beloved person as 'apple of the eye' or 'heart's gem'.

2
ຊື່ນົກແນວໜຶ່ງຂົນຂຽວ ສົບດຳກໍມີ ແດງກໍມີ, ສອນໃຫ້ເວົ້າພາສາຄົນໄດ້ ເອີ້ນ ນົກແກ້ວ ນົກແຂກ ກໍວ່າ.
3
ຊື່ປາແນວໜຶ່ງຕົວນ້ອຍໆ ສີໃສ ໃຫຍ່ຂະ ໜາດປາຊິວ ເອີ້ນ ປາແກ້ວ.
4
ພະສົງ ແຕ່ລະຢ່າງເອີ້ນ ແກ້ວ ເຊັ່ນ ພຸດທະລັດຕະນັງແກ້ວ ຄື ພະພຸດ, ທໍາມະລັດຕະນັງແກ້ວ ຄື ພະທໍາ, ສັງຄະລັດຕະນັງແກ້ວ ຄືພະສົງ.
5
ເອົາຫີນມາເຈຍ ລະໄນໃຫ້ເປັນແກ້ວ. ເມື່ອເຈຍລະໄນແລ້ວ ມີລາຄາແພງ. ເອົາໄປເປັນເຄື່ອງປະດັບຕົກແຕ່ງ ກໍຖືກັນວ່າງາມ. ແກ້ວນັ້ນມີຫຼາຍຊະນິດ ຄື: ແກ້ວມະນີ, ແກ້ວໄພທູນ, ແກ້ວມະຫານິນ, ແກ້ວພີລາ, ແກ້ວ ມຸກດາ, ແກ້ວມໍລະກົດ, ແກ້ວວິຊຽນ, ແກ້ວມະນີໂຊດ. ແກ້ວມະນີ ໂຊດ ຖືເປັນແກ້ວຂັ້ນສູງ ຫຼື ແກ້ວນໍ້າໜຶ່ງ.
6
ຄົນທີ່ມີຄຸນຄ່າແກ່ສັງຄົມ ເອີ້ນ ແກ້ວ ເຊັ່ນ ນາງແກ້ວ, ຂຸນພົນແກ້ວ, ຂຸນຄັງແກ້ວ..
7
ສັດທີ່ມີຄຸນຄ່າ ແກ່ພະລາຊາມະຫາກະສັດ ໃນສະໄໝບູຮານ ເຊັ່ນ: ຊ້າງ, ມ້າ ເອີ້ນ ຊ້າງແກ້ວ, ມ້າແກ້ວ.
8
ຄຳໄວພົດທັງໝົດ · All synonyms
Explore synonyms →
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ
ແກ້ວ — ວັດຈະນານຸກົມລາວ