ຄຳ·Entry
ເວົ່າ
adjective໑
ເປັນຈາວ ຫຼື ໂກນທາງໃນ, ໂຂ່ງ ເຊັ່ນ ທ້ອງໂຂ່ງ ເອີ້ນ ທ້ອງເວົ່າ, ທ້ອງເປົ່າ ກໍວ່າ. ເວົ້າ 1 ວ. ເປັນໂກນ, ເປັນໝົ້ງ, ເປັນຜົ້ງ, ເປັນຈາວ, ໂກນທາງໃນ, ມີຮູຢູ່ໃນວົງ, ວໍ້າ ກໍວ່າ. ເວົ້າ 2 ກ. ປາກ, ກ່າວ, ຈາລະຈາ, ປາກເວົ້າ, ຂານ, ສຳນຽງສຽງພາສາ, ຖ້ອຍຄຳທີ່ເວົ້າເປັນສຽງອອກມາ,ວະຈະນະ, ຄຳເວົ້າ, ສຽງອອກຈາກປາກ ເວົ້າຕະຫຼົົກ ກ. ເຮັດໃຫ້ຄົນຫົວ, ເຮັດໃຫ້ມີອາລົມຕໍ່າຂັນ, ສ້າງຄວາມມ່ວນຊື່ນ, ເວົ້າໃຫ້ຄົນອື່ນຕື່ນເຕັ້ນຕົກໃຈແຕ່ບໍ່ແມ່ນເລື່ອງຈິງ, ເວົ້າຫຼິ້ນ, ບໍ່ໄດ້ເວົ້າແທ້, ເວົ້າໃຫ້ມ່ວນແລະຊວນຫົວ, ເວົ້າມ່ວນເຮຮາ ເອີ້ນ: ເວົ້າຕະຫຼົກ ເວົ້າຈາ ກ. ກ່າວຖ້ອຍຄຳ, ໃຊ້ວະຈະຕະ, ມີສຽງດັງອອກຈາກປາກ ເວົ້າອີຫຼີ ວ. ໄດ້ເວົ້າແທ້, ເອົາຈິງເອົາຈັງ, ປະຕິ ເສດບໍ່ໄດ້ໃນສິ່ງທີ່ຕົນເວົ້າ, ບໍ່ແມ່ນຂີ້ຕົວະ, ສັດຈະວາຈາ, ບໍ່ຕົວະລ່າຍພາງ, ປາກກັບໃຈຕົງກັນ ເອີ້ນວ່າ: ເວົ້າອີຫຼີ ເວົ້າແທ້ ກ. ແນ່ນອນ, ເວົ້າເອົາຈິງເອົາຈັງ, ຕັດສິນໃຈແລ້ວ, ເວົ້າແທ້, ເປັນ ຄວາມຈິງ, ປະຕິເສດບໍ່ໄດ້ບໍ່ແມ່ນຂີ້ຕົວະ, ສັດຈະວາຈາ, ບໍ່ຕົວະ ລ່າຍພາງ ເອີ້ນວ່າ: ເວົ້າແທ້ ເວົ້າຕົວະ ວ. ບໍ່ເປັນຄວາມຈິງ, ຫຼອກລວງ, ບໍ່ແນ່ນອນ, ບໍ່ມີສັດຈະຄືຄຳເວົ້າ, ເປັນຖ້ອຍຄຳທຸຈະລິດ ເວົ້າໂຍກ ວ. ເວົ້າໃຫຍ່, ເວົ້າຂີ້ໂມ້, ເວົ້າເຫຼືອໂຕ, ອວດດີ, ອວດອຸດຕິມະນຸດສະທຳ, ອວດລາດ, ຂີ້ຄຸຍ, ເວົ້າອວດ ເວົ້າຢອກ ກ. ເວົ້າໃສ່, ໃສ່ລາຍຂັດທາງປິດສະໜາ, ເວົ້າຕະລົກເຮຮາ, ສ້າງ ບັນຍາກາດໃຫ້ມີການຂຳຂັນ, ເວົ້ານົວຫົວມ່ວນ.
Hollow or concave inside; empty, as in a hollow stomach (called ທ້ອງເວົ່າ) or a hollow cavity.
Reverse lookup →No synonyms recorded — the reverse index may still surface results.
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →