⌘ K
ຄຳ·Entry

ເປົ້າ

adjective
ເປັນປູດ, ເປັນປ້ອມຍາມ, ເປັນຈຸດພິເສດ, ຈຸດສົນໃຈ, ເຮັດໃຫ້ເປັນຈຸດເດັ່ນດັງ, ບ່ອນໃຫ້ຄວາມສະໜິດຕິດແໜ້ນ.

To be a specific point, a sentry post, a special point, a point of interest, to make prominent, or a place of close attachment.

ຊື່ນົກຊະນິດໜຶ່ງມີຂົນສີຂຽວ ຕົວຂະໜາດນົກເຂົາຕູູ້ ສີຂຽວອ່ອນ ເອີ້ນ ນົກເປົ້າ. ຊື່ພັນໄມ້ແນວໜຶ່ງຂະໜາດກາງ ເອີ້ນ: ຕົ້ນເປົ້າ, ຊື່ປາຊະນິດໜຶ່ງມີໜັງຊາ ເປັນປາຕົວນ້ອຍ ເອີ້ນ: ປາເປົ້າ.
ຊື່ຜີຈໍາພວກໜຶ່ງ ຖືກັນມາວ່າມັກກິນຂອງດິບ ແລະ ອອກຫາກິນຍາມກາງຄືນ ມີແສງຮຸ່ງອອກຈາກດັງ ເອີ້ນ: ຜີເປົ້າ ຫຼື ຜີໂພງ ກໍວ່າ.
ເຄື່ອງໝາຍທີ່ເຮັດໄວ້ເພື່ອໃຫ້ນັກຍິງປືນ ຫຼື ຍິງທະນູ ຍິງໃສ່ໃຫ້ຖືກ ເອີ້ນ: ຍິງເປົ້າ.
ຈຸດໝາຍທີ່ວາງໄວ້ເພື່ອສູ້ຊົນເຮັດໃຫ້ໄດ້ ເອີ້ນ: ເປົ້າໝາຍ.
Reverse lookup →No synonyms recorded — the reverse index may still surface results.
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ