ຄຳ·Entry
ເຈັງ
ນາມ[cheang]
1
ແມ່ນຊົນຊາດລາວຕະກຸນໜຶ່ງ ທີ່ມີຖິ່ນ ຖານກຳເນີດຢູ່ໃນແຂວງອັດຕະປື ເຂົາເຈົ້າໄດ້ດຳລົງຊີວິດຢູ່ໃນທີ່ນັ້ນ ໄດ້ຫຼາຍສັດຕະວັດແລ້ວ ພວກເຂົາໄດ້ປະກອບສ່ວນສ້າງຜາສາດຫີນຢູ່ເມືອງອົງການທີ່ຢູ່ຍ່ານກາງລໍານໍ້າເຊຊູ ໄດ້ສ້າງພ້ອມດຽວກັນກັບຜາສາດຫີນວັດພູຈຳປາສັກ. ໃນໄລຍະທີ່ຈັກກະພັດຝຣັ່ງເສດເຂົ້າມາປົກຄອງລາວ ພວກເຂົາໄດ້ຂຸດຄົ້ນເອົາວັດຖຸເງິນຄຳແລະວັດຖຸມີຄ່າໄປ ພ້ອມກັບທຳ ລາຍສະຖານທີ່ແຫ່ງນັ້ນເກືອບບໍ່ມີຫຍັງເຫຼືອຄ້າງໄວ້ໃຫ້ເຫັນເລີຍ.
An ethnic Lao group from Attapeu Province, known for contributing to the construction of the Wat Phou temple complex.
Reverse lookup →(ຍັງບໍ່ມີຄຳໄວພົດບັນທຶກໄວ້ — ສາມາດຄົ້ນຫາຍ້ອນຫຼັບໃນດັດຊະນີໄດ້)
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →