⌘ K
ຄຳ·Entry

ເງາະ

ນາມ
[ngeaa]
1
ຕົ້ນໄມ້ແນວໜຶ່ງ ທີ່ມີຄົນປູກຫຼາຍ, ໃຫ້ໝາກເປັນໜ່ວຍທີ່ຫຸ້ມດ້ວຍຂົນອ່ອນ ເປັນພົ້ວໃຫຍ່ ເວລາສຸກເປັນສີແດງ, ມີລົດຊາດຫວານ, ເປັນໝາກໄມ້ເສດຖະກິດ ລັກສະນະຄ້າຍຄື ໝາກຊາຕີ ເອີ້ນ ໝາກເງາະ.

A commonly cultivated tree, with fruit covered in soft hair forming a large tuft, turning red when ripe, sweet taste, an economic fruit similar to rambutan, called 'mak ngao'.

2
ຄົນເຜົ່າໜຶ່ງທີ່ອາໄສຢູ່ຕາມປ່າຢ່າງເລື່ອນ ລອຍ ບໍ່ມີທີ່ຢູ່ເປັນຫຼັກແຫຼ່ງ ຫາກິນຕາມທຳມະຊາດ ຄົນພວກນີ້ ມີຫຼາຍຢູ່ໃນແຖບແຫຼມມາລາຢູ ປະເທດ ມາເລເຊຍ, ເອີ້ນ ເງາະປ່າ, ຢູ່ລາວເຮົາກໍມີ ເອີ້ນ ຊື່ "ຂ້າຕອງເຫຼືອງ".
3
ຕົວລະຄອນເອກ ໃນນິທານບູຮານລາວ ເລື່ອງ ທ້າວເງາະ, ມີຕົນຕົວດຳ ຜົມຢິິກ.
4
ຄົນທີ່ມີຮູບຮ່າງງໍ ເອີ້ນ ເງາະ ເຊັ່ນ ພະທີ່ແຂນງໍ ເອີ້ນ ຍາທ່ານເງາະ, ຊາຍທີ່ຂາງໍ ເອີ້ນ ທ້າວເງາະ, ຍິງທີ່ມືງໍ ເອີ້ນ ນາງເງາະ.
5
ຄຳໄວພົດທັງໝົດ · All synonyms
Explore synonyms →
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ