ຄຳ·Entry
ເຂົ້າສະຫຼາກ/ເຂົ້າສາກ
ນາມ[kheoa-sa-hak-kheoa-sak]
1
ຊື່ພິທີການເຮັດບຸນຢ່າງໜຶ່ງຄ້າຍຄືບຸນເຂົ້າປະດັບດິນທີ່ກຳນົດເຮັດໃນ ເດືອນສິບເພັງ, ປະເພນີບຸນນີ້ດັ້ງເດີມໄດ້ມາຈາກສາດສະໜາພາມ ເປັນພິທີການເຮັດບຸນຫາຜູ້ທີ່ຕາຍ. ເຂົ້າທີ່ຖວາຍດ້ວຍການຈັບສະຫຼາກ ເປັນ ປະເພນີອັນໜຶ່ງໃນຮີດສິບສອງຂອງລາວ ຖວາຍໃນມື້ເດືອນສິບເພັງ ເອີ້ນບຸນເຂົ້າສາກ ຫຼື ເຂົ້າສະຫຼາກ. ຄຳວ່າ: "ສະຫຼາກ" ມາຈາກພາສາສັນສະກິດວ່າ "ສາຣທ" ຊຶ່ງແປວ່າການເຮັດບຸນ ໃນເວລາສິ້ນເດືອນສິບ. ລະດູຝົນ ສຽງຕົວ ຣ ຄວບໃນ ພາສາສັນສະກິດ (ອອກສຽງຄືຕົວ ຣ ສະກົດ ຫຼື ຕົວ ກ ສະກົດ). ເຮົາຈິ່ງອອກສຽງເປັນ ສະຫຼາກ.
A type of merit-making ceremony similar to 'Khao Padap Din', held on the full moon of the tenth month. This tradition originally comes from Brahmanism and is a ceremony for making merit to the deceased. The offering is made by drawing lots, one of the twelve monthly rites of Laos.
Reverse lookup →(ຍັງບໍ່ມີຄຳໄວພົດບັນທຶກໄວ້ — ສາມາດຄົ້ນຫາຍ້ອນຫຼັບໃນດັດຊະນີໄດ້)
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →