⌘ K
ຄຳ·Entry

ເຂົ້າພັນສາ/ເຂົ້າວັດສາ

noun
ແມ່ນວັນສຳຄັນທີ່ພະສົງອະທິຖານວ່າຈະພັກຢູ່ບ່ອນໃດບ່ອນໜຶ່ງ ຕະ ຫຼອດໄລຍະລະດູຝົນ ທີ່ກຳນົດ 3 ເດືອນ. ພະພຸດທະອົງຈິ່ງຊົງບັນຍັດ ໃຫ້ພະສົງທີ່ອອກ ໄປເຜີຍແຜ່ພະພຸດທະສາດສະໜາ ໄດ້ຢຸດພັກການເດີນທາງ, ເພື່ອຈະບໍ່ໄດ້ໄປລົບກວນພືດພັນທັນຍາຫານຂອງຊາວບ້ານໃນລະດູນີ້. ການເຂົ້າພັນສາຢູ່ໃນບ່ອນໃດບ່ອນໜຶ່ງຕາມແບບປະຕິບັດຂອງນັກບວດທົ່ວໆໄປ ແມ່ນຖືເອົາ ມື້ແຮມ 1 ຄໍ່າ ເດືອນ 8 ໄປຮອດ ມື້ເພັງ 15 ຄໍ່າ ເດືອນ 11 (ເດືອນລາວ). ໃນເວລານີ້ພະສົງຕ້ອງຢູ່ກັບວັດ ບໍ່ອະນຸຍາດໃຫ້ໄປນອນຄ້າງຄືນຢູ່ບ່ອນອື່ນໄດ້.

Buddhist Lent, an important day when monks vow to stay in one place throughout the rainy season (three months); the Buddha established this practice so that monks traveling to propagate Buddhism would not disturb villagers' crops during this season.

Reverse lookup →No synonyms recorded — the reverse index may still surface results.
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ