⌘ K
ຄຳ·Entry

ເຂົ້າຈ້ຳ

ນາມ
[kheoa-cham]
1
ການຫຼິ້ນແບບໜຶ່ງ ຂອງເດັກນ້ອຍສະໄໝບູຮານ ຄືມີເດັກນ້ອຍຕັ້ງແຕ່ສິບຄົນຂຶ້ນໄປ ປັ້ນເຂົ້າໜຽວໜຶ່ງປັ້ນຢືນເປັນແຖວ ສົ່ງປັ້ນເຂົ້າ ຕໍ່ກັນໄປ ຈະສົ່ງໃຫ້ໃຜກໍໄດ້ ການສົ່ງກໍສົ່ງໂດຍໄວ ຈົນບໍ່ສາມາດຈື່ໄດ້ວ່າ ປັ້ນເຂົ້າໄປຢູ່ກັບໃຜແທ້ ເມື່ອເຫັນເປັນເວລາສົມຄວນແລ້ວ ກໍຖາມວ່າ ປັ້ນເຂົ້າຢູ່ກັບໃຜ​? ຖ້າໃຜຕອບຖືກກໍຖືວ່າຊະນະ ແລ້ວຕັ້ງໃໝ່ ການຫຼິ້ນແບບນີ້ ເອີ້ນ ຫຼິ້ນເຂົ້າຈ້ຳ.

A traditional children's game from ancient times where ten or more children stand in a line and pass a ball of sticky rice quickly among themselves, until it is unclear who has it. When the time is right, they ask 'who has the ball of rice?' The one who guesses correctly wins.

2
ເຂົ້າຄວດຜີ ວິທີເຮັດຜອກຜີ ພໍ່ເຂົ້າຈ້ຳ ຫຼື ໝໍຜີ ປັ້ນເອົາເຂົ້າປັ້ນໜຶ່ງ ກ້ວຍໜ່ວຍໜຶ່ງ ຖ້າບໍ່ມີກ້ວຍເອົານໍ້າອ້ອຍກ້ອນໜຶ່ງກໍໄດ້ ໄປຈ້ຳຄົນຜູ້ທີ່ຄຶດວ່າແມ່ນຜີເຂົ້າທຽມ ເອີ້ນ ເຂົ້າຈ້ຳ (ຕາມຄວາມເຊື່ອຖືຂອງຄົນ ບູຮານ).
ຄຳໄວພົດທັງໝົດ · All synonyms
Explore synonyms →
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ
ເຂົ້າຈ້ຳ — ວັດຈະນານຸກົມລາວ