⌘ K
ຄຳ·Entry

ເຂົ້າຈີ່

ນາມ
[kheoa-chi]
1
ຊື່ພັນໄມ້ພຸ່ມແນວໜຶ່ງ ໜ່ວຍນ້ອຍໆ ສີດຳໃຊ້ກິນໄດ້ ເອີ້ນ ຕົ້ນເຂົ້າຈີ່.

The name of a type of shrub with small, black, edible fruits, called 'Khao Ji' plant.

2
ເຂົ້າໜຽວໜຶ້ງ ປັ້ນເປັນກ້ອນກົມກໍໄດ້ ແປກໍໄດ້ ເອົາໄມ້ສຽບເຄິ່ງກາງ ໂຮຍເກືອແລ້ວຂາງໄຟໃຫ້ສຸກເຫຼືອງ ເມື່ອສຸກເຫຼືອງແລ້ວ ທັບໄຂ່ທາ ແລ້ວປີ້ງອີກ, ເມື່ອໄຂ່ສຸກແລ້ວ ຖອດໄມ້ອອກ ເອົານໍ້າອ້ອຍຍັດໃສ່ກິິນແຊບດີ.
3
ຊື່ບຸນປາງໜຶ່ງ ມີໃນຮີດສິບສອງຂອງລາວ ເຮັດໃນມື້ເດືອນສາມເພັງ ເອີ້ນ ບຸນເຂົ້າຈີ່, ບຸນມາຄະບູຊາ ກໍວ່າ.
4
ເຂົ້າໜົມປັງທີ່ເຮັດດ້ວຍແປ້ງເຂົ້າບະເລ ຄັ້ນນວດໃຫ້ເປັນກ້ອນ ແລ້ວເອົາເຂົ້າເຕົາອົບ ໃນອຸນຫະພູມພໍເໝາະພໍດີ ເວລາສຸກຈະເປັນສີເຫຼືອງແອ່ມແທ່ມ, ເປັນຂອງກິນກັບອາຫານຂອງພວກຝຣັ່ງ.
Reverse lookup →(ຍັງບໍ່ມີຄຳໄວພົດບັນທຶກໄວ້ — ສາມາດຄົ້ນຫາຍ້ອນຫຼັບໃນດັດຊະນີໄດ້)
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ
ເຂົ້າຈີ່ — ວັດຈະນານຸກົມລາວ