⌘ K
ຄຳ·Entry

ເຂົ້າ

ນາມ
[kheoa]
1
ເມັດພືດສີຂາວທີ່ມະນຸດເອົາເປັນອາຫານມີ 2 ປະເພດ ຄື ເຂົ້າຈ້າວ ແລະ ເຂົ້າໜຽວ. ເຂົ້າໜຽວມີຫຼາຍຊະນິດຄື: ເຂົ້າປ້ອງແອ້ວ, ເຂົ້າອີ່ຂາວໃຫຍ່, ອີ່ຂາວນ້ອຍ, ເຂົ້າກ້ານພ້າວ, ເຂົ້າຂີ້ຕົມ, ເຂົ້າໝາກຂາມ, ເຂົ້າປາກມ້າ, ເຂົ້າດອກຕິ້ວ. ເຂົ້າຈ້າວມີຄື: ເຂົ້າຈ້າວໝາກໄຟ, ເຂົ້າອີ່ໂງ້ງ, ເຂົ້າຮາກໄຜ່, ເຂົ້າຈ້າວຂາວນ້ອຍ, ເຂົ້າຈ້າວຫອມລາຍ, ເຂົ້າມະລິ..

White grains of rice, a staple food including two main types: sticky rice and non-glutinous rice, with many varieties each.

2
ປະເພດຂອງຕົ້ນເຂົ້າ: ເຂົ້າທີ່ສຸກ ຊ້າເອີ້ນເຂົ້າງັນ, ເຂົ້າສຸກໄວ ເອີ້ນເຂົ້າດໍ, ເຂົ້າທີ່ສຸກບໍ່ໄວ ບໍ່ຊ້າ ເອີ້ນ ເຂົ້າກາງ.
3
ການເຂົ້າໄປໃນສະຖານທີ່ ຫຼື ເຂົ້າໄປຫາບຸກຄົນ ເອີ້ນ ເຂົ້າ.
ຄຳໄວພົດທັງໝົດ · All synonyms
Explore synonyms →
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ
ເຂົ້າ — ວັດຈະນານຸກົມລາວ