⌘ K
ຄຳ·Entry

ເຂົາ

ສັບພະນາມ
[kheoa]
1
ຄົນທີ 3 ຂອງການໃຊ້ຄຳເວົ້າ ຫຼືແທນຄຳເວົ້າຂອງຄົນທີ 3 ຂອງສັບພະນາມ ໃນຫຼັກໄວຍາກອນລາວ ທີ່ເຮົາເວົ້າເຖິງ ເອີ້ນ ເຂົາ.

Third-person pronoun referring to someone else in Lao grammar, used when speaking about another person.

2
ຖ້າເປັນດິນຫຼືພູ ສູງໂນນ ບູຮານມັກເອີ້ນວ່າ ພູເຂົາ ຕົວຢ່າງ ພູເຂົາຄວາຍ, ພູຜາແຕ້ມ.
3
ຊື່ນົກຈໍາພວກໜຶ່ງມີຫຼາຍຊະນິດ ຊະນິດທີ່ມີປີກສີຂຽວ ເອີ້ນ ນົກເຂົາຂຽວ, ຊະນິດທີ່ມີປີກສີທອງ ເອີ້ນ ນົກເຂົາທອງ, ຊະນິດທີ່ມີປີກສີລາຍມຸມ ເອີ້ນ ນົກເຂົາຕູ້, ຊະນິດທີ່ມີປີກໝົ່ນພື້ນທ້ອງຂາວ ມັກຢູ່ຕາມຂີ້ຊາຍ ເອີ້ນ ນົກເຂົາຊາຍ.
4
ສິ່ງທີ່ປົ່ງອອກຈາກຫົວຂອງສັດບາງຈໍາພວກ ມີ ງົວ, ຄວາຍ, ກວາງ, ຟານ ເປັນຕົ້ນ ເອີ້ນ ເຂົາຄວາຍ.
5
ເຄື່ອງມືຕ່ຳຜ້າສຳລັບແຍກຝ້າຍຂ້າງລຸ່ມ ແລະ ຂ້າງເທິງອອກຈາກກັນ ເພື່ອໃຫ້ສອດກະສວຍໄດ້ ເອີ້ນ ເຂົາຫູກ.
ຄຳໄວພົດທັງໝົດ · All synonyms
Explore synonyms →
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ